ພີທີທີ (ລາວ) ຮ່ວມໃຈສູ້ໄພ ໂຄວິດ-19.

  1. Home
  2. »
  3. Blog
  4. »
  5. ກິດຈະກຳ
  6. »
  7. ພີທີທີ (ລາວ) ຮ່ວມໃຈສູ້ໄພ ໂຄວິດ-19.

ໃນຕອນບ່າຍຂອງວັນທີ 21 ເມສາ 2022, ບໍລິສັດ ພີທີທີ (ລາວ) ຈຳກັດ ໃຫ້ກຽດຕາງໜ້າໂດຍ ທ່ານ ວັນສະຫວ່າງ ສ່ອງແສງ ຮອງຜູ້ອຳນວຍການສາຍທຸລະກິດ Non-oil ພ້ອມດ້ວຍພະນັກງານ ໄດ້ມອບເຄື່ອງດື່ມ ເຟີລີທີ ຈຳນວນ 900 ຈອກ ລວມມູນຄ່າ 11,700,000 ກີບ ໃຫ້ແກ່ 3 ໂຮງຫມໍ ໄດ້ແກ່: ໂຮງໝໍມິດຕະພາບ 150 ຕຽງ, ໂຮງໝໍມະໂຫສົດ ແລະ ໂຮງໝໍສູນກາງ 103 ກອງທັບ. ເພື່ອສະແດງຄວາມຮູ້ບຸນຄຸນ ແລະ ຮ່ວມສົງກຳລັງໃຈໃຫ້ທີມນັກຮົບຊຸດຂາວ ແນວຫນ້າແຫ່ງການຮັບມືກັບໂຄວິດ-19 ໃນຄັ້ງນີ້ ແລະ ຂໍໃຫ້ທຸກຄົນປະຕິບັດຕາມມາດຕະການຂອງຫນ່ວຍງານສະເພາະກິດວາງອອກໃຫ້ເຂັມງວດ ເພື່ອລຸດຜອນຈຳນວນຜູ້ຕິດເຊື້ອ.

  

ບໍ່ອະນຸຍາດໃຫ້ສະແດງຄຳເຫັນ.