ພິທີເປີດງານ MINI THAILAND WEEK 2021 ຢ່າງເປັນທາງການເມື່ອວັນທີ 03 ກຸມພາ 2021 ທີ່ແຂວງຊຽງຂວາງ ໂດຍມີ ທ່ານ ນາງ ອຸລະວະດີ ສີພິລົມ ອຸປະທູດ ສະຖານເອກອັກຄະລາຊະທູດໄທ ປະຈໍາ ສປປ ລາາວ, ທ່ານ ປະວິຕາ ມ່ວງສະກຸນ ທີ່ປຶກສາການພານິດ, ທ່ານ ບົວເງິນ ຫູມໄຊຍະພູມ ຮອງເຈົ້າແຂວງ ແຂວງຊຽງຂວາງ ແລະ ທ່ານ ບຸນຄົງ ນັນທະວົງ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງຊຽງຂວາງ ພ້ອມດ້ວຍຜູ້ກ່ຽວຂ້ອງທັງສອງຝ່າຍຮ່ວມໃນພິທີເປີດງານຢ່າງເປັນທາງການ.

ພີທີທີ (ລາວ) ໄດ້ຮ່ວມເປີດບູ໊ດວາງສະແດງຜະລິດຕະພັນນໍ້າມັນເຄື່ອງ PTT LUBRICANTS ພ້ອມແນະນຳການເລືອກໃຊ້ຜະລິດຕະພັນຕາມຂັ້ນຕອນ 3 ຕົງ: ຕົງເບີ, ຕົງປະເພດ, ຕົງຂະໜາດ ແລະ ຈັດກິດຈະກຳພາຍໃນງານພ້ອມການມອບຂອງທີ່ລະນຶກໃຫ້ແກ່ຜູ້ສົນໃຈພາຍໃນງານ ຜ່ານການກົດ Like ກົດ Share Page: PTT LUBRICANTSLAO.

ບໍ່ອະນຸຍາດໃຫ້ສະແດງຄຳເຫັນ.