Café Amazon Lao Barista Championship 2022 ຈັດຂຶ້ນເພື່ອເສີມສ້າງທັກສະການຊົງກາເຟຕາມມາດຕະຖານ ແລະ ການບໍລິການທີອົບອຸ່ນ, ເຊິ່ງເລີ່ມຄັດເລືອກຕົວແທນສາຂາ ຕັ້ງແຕ່ເດືອນເມສາ 2022 ທີຜ່ານມາ ໂດຍຄັດເລືອກເອົາຜູ້ເຂົ້າຮອບ 20 ຄົນສຸດທ້າຍ ຈາກຜູ້ເຂົ້າຮ່ວມການແຂ່ງຂັນທັງໝົດ 80 ຄົນທົ່ວປະເທດ. ການແຂ່ງຂັນດຳເນີນມາຮອດຮອບຊິງຊະນະເລີດໃນວັນທີ 13​ ພຶດສະພາ 2022 ທີ່ ສູນເຝິກອົບຮົມ  Café Amazon Training Center ສາຂາວັດຈັນ ແລະ ໄດ້ຄັດເລືອກເອົາຜູ້ຊະນະເລີດເປັນທີຮຽບຮ້ອຍແລ້ວ.

ລາງວັນຊະນະເລີດ ທ້າວ ພູວາ ເພືອງພັນສີ, ຄາເຟ່ ອາເມຊອນ ສາຂາ ແກ້ງແຮດ.

ລາງວັນຮອງຊະນະເລີດ ອັນດັບ 1 ນາງ ຄູນໄຊ ຄູນພັກດີ ຄາເຟ່ ອາເມຊອນ ສາຂາ ບຶງຂະຫຍອງ.

ລາງວັນຮອງຊະນະເລີດ ອັນດັບ 2 ນາງ ແອ່ນດີ້ ບຸນລືໄຕ ຄາເຟ່ ອາເມຊອນ ສາຂາ ໜອງດາ.

ລາງວັນຊົມເຊີຍ ນາງ ລັດສະໜີ ປ້ອງສຸບິນ ຄາເຟ່ ອາເມຊອນ ສາຂາ ຕົ້ນເພັດນໍາໂຊກ ແລະ ນາງ ອາລັດສະໝີ ເພຍວົງສາ ຄາເຟ່ ອາເມຊອນ ສາຂາ RBAC.

  

ບໍ່ອະນຸຍາດໃຫ້ສະແດງຄຳເຫັນ.