ເມື່ອວັນທີ 24 ກຸມພາ 2021ທີ່ຜ່ານມາ ສະຖາບັນລາວ-ຍີ່ປຸ່ນ, ມະຫາວິທະຍາໄລແຫ່ງຊາດລາວ. ໄດ້ຈັດ “ງານເປີດພື້ນທີ່ ວາງສະແດງຜະລິດຕະພັນ-ຂໍ້ມູນຂ່າວສານ ແລະ ຕະຫຼາດນັດສົ່ງເສີມວິສາຫະກິດລາວ”  ເຊິ່ງເປັນງານສົ່ງເສີມການເຕີບໂຕພາກ ວິສາຫະກິດລາວ ໂດຍຜ່ານການຈັດ ວາງສະແດງຜະລິດຕະພັນ ແລະ ຂໍ້ມູນຂ່າວສານຂອງບໍລິສັດ ແລະ ການຈັດຕັ້ງຕ່າງໆ.          

    ພາຍໃນງານໄດ້ມີການວາງສະແດງສິນຄ້າ, ຈໍາໜ່າຍອາຫານ, ເຄູື່ອງດື່ມ ແລະ ຜະລິດຕະພັັນຕ່າງໆ ຈາກຫຼາກຫຼາຍຮ້ານ ຫຼາກຫຼາຍບໍລິສັດ. ໃນນັ້ນ ພີທີທີ (ລາວ) ກໍ່ເປັນໜຶ່ງໃນບໍລິສັດທີ່ສົ່ງເສີມການເຕີບໂຕວິສາຫະກິດຂອງລາວ ແລະ ໄດ້ຮ່ວມເປີດບູ໊ດ “ຮ້ານຊານົມໄຂ່ມຸກ PEARLY TEA” ໃນງານ ໂດຍມີການຈັດໂປຣໂມຊັ້ນ ຊື້ເຄື່ອງດື່ມ 1 ຈອກຮັບຟຣີອີກ 1 ຈອກໄປເລີຍ ເປັນການສົ່ງເສີມການເຕີມໂຕກະຕຸ້ນໃຫ້ລູກຄ້າໄດ້ຮັບຮູ້ເຖິງຜະລິດຕະພັນ “ຊານົມໄຂ່ມຸກ PEARLY TEA” ໃຫ້ຫຼາຍຂຶ້ນ.

ບໍ່ອະນຸຍາດໃຫ້ສະແດງຄຳເຫັນ.