ການລະບາດຂອງພະຍາດໂຄວິດ-19 ຮອບທີສອງນີ້ ເປັນການລະບາດທີ່ຮຸນແຮງກວ່າເກົ່າ ແລະ ກຳລັງລະບາດເປັນວົງກວ້າງໃນປະຈຸບັນ ເຮັດໃຫ້ຄະນະແພດໝໍ ແລະ ພາກສ່ວນທີ່ກ່ຽວຂ້ອງຕ້ອງເຮັດວຽກໜັກຫຼາຍຂຶ້ນກວ່າເກົ່າ.

ໃນຕອນເຊົ້າວັນທີ 12 ພຶດສະພາ 2021 ບໍລິສັດ ພີທີທີ (ລາວ) ຈໍາກັດ ໄດ້ມອບເຄື່ອງດື່ມໃຫ້ແກ່ຄະນະແພດໝໍ 3 ໂຮງໝໍ ໄດ້ແກ່ ໂຮງໝໍມິດຕະພາບ 150 ຕຽງ, ໂຮງໝໍສູນກາງ 103 ກອງທັບ ແລະ ໂຮງໝໍ ເສດຖາທິລາດ ເຊິ່ງມີ ເຄື່ອງດື່ມ ຊານົມໄຂ່ມຸກ Pearly Tea ຈໍານວນ 600 ຈອກ ແລະ ຄັອດດັອກຊີສ ຈໍານວນ 300 ໄມ້ ລວມມູນຄ່າ 12,600,000 ກີບ. ໃຫ້ກຽດມອບໂດຍ ທ່ານ ວັນສະຫວ່າງ ສ່ອງແສງ ຮອງຜູ້ອຳນວຍການ ສາຍງານ Non-oil ບໍລິສັດ ພີທີທີ (ລາວ) ຈຳກັດ ແລະ ຕາງໜ້າຮັບໂດຍ ຄະນະແພດໝໍທັງ 3 ໂຮງໝໍ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ເພື່ອເປັນອີກໜຶ່ງກຳລັງໃຈໃຫ້ແກ່ຄະນະແພດໝໍທີ່ກຳລັງປະຕິບັດວຽກງານຊ່ວຍເຫຼືອຜູ້ປະສົບໄພໂຄວິດ-19 ໃນລາວ.

ບໍ່ອະນຸຍາດໃຫ້ສະແດງຄຳເຫັນ.