ໃນວັນທີ 10 ພຶດສະພາ 2021 ພີທີທີທ (ລາວ) ໄດ້ມອບເງິນສະໜັບສະໜູນເຂົ້າໃນການຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ແກ່ ຫ້ອງການກຳມະບານ ເມືອງໄຊເສດຖາ ມູນຄ່າ 4,000,000 ກີບ.

ໃຫ້ກຽດຕາງໜ້າມອບໂດຍ ທ່ານ ວັນສະຫວ່າງ ສ່ອງແສງ ຮອງຜູ້ອຳນວຍການ ສາຍງານ Non-oil ບໍລິສັດ ພີທີທີ (ລາວ) ຈຳກັດ ແລະ ຕາງໜ້າຮັບໂດຍ ທ່ານ ບຸນພະຈິດ ມະໂນສານ ຄະນະບໍລິຫານ ປະທານກຳມະບານເມືອງໄຊເສດຖາ ພ້ອມດ້ວຍຄະນະທີ່ກ່ຽວຂ້ອງເຂົ້າຮ່ວມ.

ເພື່ອປະກອບສ່ວນໃນການຊື້ອຸປະກອນທີ່ນຳໃຊ້ເຂົ້າໃນວຽກງານການປ້ອງກັນຄວບຄຸມ ແລະ ຕ້ານການລະບາດຂອງພະຍາດໂຄວິດ-19 ຂອງຫ້ອງການກຳມະບານເມືອງໄຊເສດຖາ.

ບໍ່ອະນຸຍາດໃຫ້ສະແດງຄຳເຫັນ.