ເພື່ອຫຼຸດໂລກຮ້ອນ ຫຼຸດມົນລະພິດທາງອາກາດ ຫຼຸດການໃຊ້ພະລັງງານ ຫຼຸດຈໍານວນຂີ້ເຫຍື້ອ ຫຼຸດແຫຼ່ງສະສົມຂອງເຊື້ອພະຍາດ ແລະ ເພື່ອການຈັດການຂີ້ເຫຍື້ອທີ່ສະດວກສະບາຍຂຶ້ນ ຫຼຸດງົບປະມານການຈັດການຂີ້ເຫຍື້ອ ສາມາດນໍາໄປສ້າງໃຫ້ເກີດປະໂຫຍດສູງສຸດ ແລະ ສ້າງເປັນລາຍຮັບໄດ້.

    ພີທີທີ (ລາວ) ຈຶ່ງໄດ້ຈັດ ໂຄງການ “ແຍກແລກຍິ້ມ” ຂຶ້ນທີ່ສຳນັກງານໃຫຍ່ ພີທີທີ (ລາວ) ໃນວັນທີ 18 ກັນຍາ 2020 ນໍາໂດຍ ທ່ານ ມົນໄຊ ບຸນອິ່ມ ຜູ້ອຳນວຍການ ບໍລິສັດ ພີທີທີ (ລາວ) ຈໍາກັດ ພ້ອມດ້ວຍຜູ້ບໍລິຫານ ແລະ ພະນັກງານ ພີທີທີ (ລາວ) ເຊິ່ງເປັນໂຄງການທີ່ດີອີກໜຶ່ງໂຄງການທີ່ເຮົາຈະເຊີນຊວນທຸກຄົນມາແຍກຂີ້ເຫຍື້ອໃຫ້ຖືກປະເພດເພື່ອນໍາໄປແລກເປັນປະໂຫຍດສູງສຸດ ສ້າງຮອຍຍິ້ມໃຫ້ແກ່ສັງຄົມ ແລະ ຊຸມຊົນ.

ບໍ່ອະນຸຍາດໃຫ້ສະແດງຄຳເຫັນ.