ຂ່າວສານ ແລະ ກິດຈະກຳ

ແຈ້ງການ ການປ່ຽນແປງເວລາເປີດ-ປິດ ໃຫ້ບໍລິການຂອງປໍ້ານໍ້າມັນ ພີທີທີ (ລາວ) ໃນຊ່ວງເວລາມີການລະບາດຂອງພະຍາດ Covid-19.
22/04/2021ອີງຕາມການລະບາດຂອງພະຍາດ Covid-19 ແລະ ຄຳສັ່ງການເລກທີ 15/ນຍ, ລົງວັນທີ 21/04/2021 ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດ Covid-19. ເພື່ອເປັນການປະຕິບັດຕາມຄຳສັ່ງ ແລະ ການປ້ອງກັນການລະບາດຂອງພະຍາດ Covid-19 ແລະ ການເດີນທາງຂອງພະນັກງານໃນໄລຍະດັ່ງກ່າວ, ດັ່ງນັ້ນ ບໍລິສັດ ພີທີທີ (ລາວ) ຈໍາກັດ ຈຶ່ງຈຳເປັນຕ້ອງໄດ້ປ່ຽນແປງເວລາປິດໃຫ້ບໍລິການ ຂອງປໍ້ານໍ້າມັນ ພີທີທີ (ລາວ) ທົ່ວປະເທດ. ດັ່ງນີ້: ເວລາເດີມ ເປີດເວລາ 06:00 ໂມງ ປິດເວລາ 22:00 ໂມງເວລາໃໝ່ ເປີດເວລາ 06:00 ໂມງ ປິດເວລາ 19:00 ໂມງ ການປະຕິບັດເວລາດັ່ງກ່າວແມ່ນເລີ່ມຕັ້ງແຕ່ ວັນທີ 22/04/2021 ເປັນຕົ້ນໄປ ຈົນກວ່າຈະມີແຈ້ງການສະບັບໃໝ່ມາປ່ຽນແທນ. ...

ວັນນັດພົບແຮງງານ ຄສບ ຄັ້ງທີ 8 The 8th FEB Recruitment Day
29/03/2021ຈຸດປະສົງຂອງງານນັດພົບແຮງງານ ຄສບ ຄັ້ງທີ 8 ແມ່ນເປັນການດຶງຕະຫຼາດແຮງງານ ແລະ ຫົວໜ່ວຍແຮງງານມາພົບກັນ ບໍ່ວ່າຈະເປັນວຽກປະຈຳ, ວຽກເສີມ ແລະ ການຮັບນັກສຶກສາຝຶກງານ ພ້ອມທັງເປີດໂອກາດໃຫ້ຫົວໜ່ວຍທຸລະກິດໄດ້ໃຫ້ຂໍ້ມູນກ່ຽວກັບອົງກອນຂອງຕົນ ເພື່ອເປີດໂອກາດໃຫ້ນັກສຶກສາ ແລະ ບຸກຄົນພາຍນອກທີ່ກຳລັງຊອກວຽກເຮັດງານທຳ ໄດ້ສຶກສາຂໍ້ມູນຂອງພາກສ່ວນທຸລະກິດ ແລະ ບໍລິສັດຕ່າງໆ ທີ່ເຂົ້າມາຮ່ວມງານ ພ້ອມທັງສາມາດສະໝັກວຽກກັບພາກສ່ວນດັ່ງກ່າວໄດ້ເລີຍ. ງານນັດພົບແຮງງານ ຄສບ ຄັ້ງທີ 8 ທີ່ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມະຫາວິທະຍາໄລແຫ່ງຊາດລາວ ວັນທີ 25-26 ມີນາ 2021 ນີ້ໂດຍການເຂົ້າຮ່ວມຂອງ ທ່ານ ຮສ ປອ ອຸດົມ ພອນຄຳເພັງ ຮັກສາການອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ທ່ານ ຮສ ປອ ພູເພັດ ກ້ຽວພິລາວົງ ຄະນະບໍດີ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ,...

ປະກາດລາຍຊື່ບໍລິສັດທີ່ຂຶ້ນທະບຽນ Vender List (ກໍ່ສ້າງ) ປີ 2021
29/03/2021ລາຍຊື່ບໍລິສັດທີ່ຂຶ້ນທະບຽນ Vender List (ກໍ່ສ້າງ) ປີ 2021 ...

“ງານເປີດພື້ນທີ່ວາງສະແດງຜະລິດຕະພັນ-ຂໍ້ມູນຂ່າວສານ ແລະ ຕະຫຼາດນັດສົ່ງເສີມວິສາຫະກິດລາວ”
01/03/2021ເມື່ອວັນທີ 24 ກຸມພາ 2021ທີ່ຜ່ານມາ ສະຖາບັນລາວ-ຍີ່ປຸ່ນ, ມະຫາວິທະຍາໄລແຫ່ງຊາດລາວ. ໄດ້ຈັດ “ງານເປີດພື້ນທີ່ ວາງສະແດງຜະລິດຕະພັນ-ຂໍ້ມູນຂ່າວສານ ແລະ ຕະຫຼາດນັດສົ່ງເສີມວິສາຫະກິດລາວ” ເຊິ່ງເປັນງານສົ່ງເສີມການເຕີບໂຕພາກ ວິສາຫະກິດລາວ ໂດຍຜ່ານການຈັດ ວາງສະແດງຜະລິດຕະພັນ ແລະ ຂໍ້ມູນຂ່າວສານຂອງບໍລິສັດ ແລະ ການຈັດຕັ້ງຕ່າງໆ. ພາຍໃນງານໄດ້ມີການວາງສະແດງສິນຄ້າ, ຈໍາໜ່າຍອາຫານ, ເຄູື່ອງດື່ມ ແລະ ຜະລິດຕະພັັນຕ່າງໆ ຈາກຫຼາກຫຼາຍຮ້ານ ຫຼາກຫຼາຍບໍລິສັດ. ໃນນັ້ນ ພີທີທີ (ລາວ) ກໍ່ເປັນໜຶ່ງໃນບໍລິສັດທີ່ສົ່ງເສີມການເຕີບໂຕວິສາຫະກິດຂອງລາວ ແລະ ໄດ້ຮ່ວມເປີດບູ໊ດ “ຮ້ານຊານົມໄຂ່ມຸກ PEARLY TEA” ໃນງານ ໂດຍມີການຈັດໂປຣໂມຊັ້ນ ຊື້ເຄື່ອງດື່ມ 1 ຈອກຮັບຟຣີອີກ 1 ຈອກໄປເລີຍ ເປັນການສົ່ງເສີມການເຕີມໂຕກະຕຸ້ນໃຫ້ລູກຄ້າໄດ້ຮັບຮູ້ເຖິງຜະລິດຕະພັນ “ຊານົມໄຂ່ມຸກ PEARLY TEA” ໃຫ້ຫຼາຍຂຶ້ນ. ...

MINI THAILAND WEEK 2021
22/02/2021ພິທີເປີດງານ MINI THAILAND WEEK 2021 ຢ່າງເປັນທາງການເມື່ອວັນທີ 03 ກຸມພາ 2021 ທີ່ແຂວງຊຽງຂວາງ ໂດຍມີ ທ່ານ ນາງ ອຸລະວະດີ ສີພິລົມ ອຸປະທູດ ສະຖານເອກອັກຄະລາຊະທູດໄທ ປະຈໍາ ສປປ ລາາວ, ທ່ານ ປະວິຕາ ມ່ວງສະກຸນ ທີ່ປຶກສາການພານິດ, ທ່ານ ບົວເງິນ ຫູມໄຊຍະພູມ ຮອງເຈົ້າແຂວງ ແຂວງຊຽງຂວາງ ແລະ ທ່ານ ບຸນຄົງ ນັນທະວົງ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງຊຽງຂວາງ ພ້ອມດ້ວຍຜູ້ກ່ຽວຂ້ອງທັງສອງຝ່າຍຮ່ວມໃນພິທີເປີດງານຢ່າງເປັນທາງການ. ພີທີທີ (ລາວ) ໄດ້ຮ່ວມເປີດບູ໊ດວາງສະແດງຜະລິດຕະພັນນໍ້າມັນເຄື່ອງ PTT LUBRICANTS ພ້ອມແນະນຳການເລືອກໃຊ້ຜະລິດຕະພັນຕາມຂັ້ນຕອນ 3 ຕົງ: ຕົງເບີ, ຕົງປະເພດ, ຕົງຂະໜາດ ແລະ ຈັດກິດຈະກຳພາຍໃນງານພ້ອມການມອບຂອງທີ່ລະນຶກໃຫ້ແກ່ຜູ້ສົນໃຈພາຍໃນງານ...

ໂຄງການເຂື່ອນແມ່ນໍ້າຂອງ ຫຼວງພະບາງ
22/02/2021ໂຄງການເຂື່ອນແມ່ນໍ້າຂອງ ຫຼວງພະບາງ ທີ່ບ້ານຫ້ວຍຍໍ, ແຂວງຫຼວງພະບາງ, ສປປ ລາວ. ກຳລັງການຜະລິດ 1460 ເມກາວັດ ມຸ່ງສົ່ງອອກໄປຍັງປະເທດໄທ ແລະ ຫວຽດນາມ ການກໍ່ສ້າງໃນລະຫວ່າງປີ 2563-2570 ປະຈຸບັນໂຄງການໄດ້ເລີ່ມດຳເນີນການກໍ່ສ້າງເຂື່ອນຫຼວງພະບາງແລ້ວ. ໂດຍ ພີທີທີ (ລາວ) ໄດ້ເຂົ້າປະກວດລາຄາຜະລິດຕະພັນນໍ້າມັນເຄື່ອງ PTT LUBRICANTS ແລະ ໄດ້ຮັບເລືອກສັ່ງຊື້ປະລິມານເບື້ອງຕົ້ນ 21,800 ລິດ ພ້ອມທັງຮັບແຜນການສັ່ງຊື້ລ່ວງໜ້າລະຫວ່າງເດືອນກຸມພາ-ພຶດສະພາ 528 ຖັງ ລວມປະລິມານທັງໝົດ 105,600 ລິດ ແລະ ຮ່ວມເດີນທາງຈັດສົ່ງຜະລິດຕະພັນນໍ້າມັນເຄື່ອງ PTT LUBRICANTS ພ້ອມສຳຫຼວດເສັ້ນທາງ ແລະ ຫາລືກ່ຽວກັບການໃຊ້ຜະລິດຕະພັນນໍ້າມັນເຄື່ອງ PTT LUBRICANTS ເຊິ່ງຖືເປັນໂອກາດອັນດີທີ່ ພີທີທີ (ລາວ) ໄດ້ຂະຫຍາຍຕະຫຼາດເຂົ້າສູ່ອຸດສາຫະກຳໃນ ສປປ ລາວ. ...

ພີທີທີ (ລາວ) ສະໜັບສະໜູນນໍ້າດື່ມ ໃຫ້ແກ່ ຄະນະວິທະຍາສາດສິ່ງແວດລ້ອມ ແລະ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມະຫາວິທະຍາໄລແຫ່ງຊາດ
19/02/2021ວັນທີ 16 ກຸມພາ 2021 ພີທີທີ (ລາວ) ໄດ້ມອບນໍ້າດື່ມ ໃຫ້ແກ່ ຄະນະວິທະຍາສາດສິ່ງແວດລ້ອມ ແລະ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມະຫາວິທະຍາໄລແຫ່ງຊາດ ໃຫ້ກຽດມອບຮັບໂດຍ ທ່ານ ວັນສະຫວ່າງ ສ່ອງແສງ ຮອງຜູ້ອຳນວຍການສາຍງານທຸລະກິດ Non-oil ພ້ອມດ້ວຍທີມງານ ພີທີທີ (ລາວ) ແລະ ຄູອາຈານຂອງທັງສອງຄະນະ ເປັນການຕໍ່ຍອດໃນການຮ່ວມມືປະກອບສ່ວນສະໜັບສະໜູນໃນການຈັດກິດຈະກຳຕ່າງໆຂອງ ມະຫາວິທະຍາໄລແຫ່ງຊາດ. ...
