ໂຄງການເຂື່ອນແມ່ນໍ້າຂອງ ຫຼວງພະບາງ ທີ່ບ້ານຫ້ວຍຍໍ, ແຂວງຫຼວງພະບາງ, ສປປ ລາວ. ກຳລັງການຜະລິດ 1460 ເມກາວັດ ມຸ່ງສົ່ງອອກໄປຍັງປະເທດໄທ ແລະ ຫວຽດນາມ ການກໍ່ສ້າງໃນລະຫວ່າງປີ 2563-2570 ປະຈຸບັນໂຄງການໄດ້ເລີ່ມດຳເນີນການກໍ່ສ້າງເຂື່ອນຫຼວງພະບາງແລ້ວ.

ໂດຍ ພີທີທີ (ລາວ) ໄດ້ເຂົ້າປະກວດລາຄາຜະລິດຕະພັນນໍ້າມັນເຄື່ອງ PTT LUBRICANTS ແລະ ໄດ້ຮັບເລືອກສັ່ງຊື້ປະລິມານເບື້ອງຕົ້ນ 21,800 ລິດ ພ້ອມທັງຮັບແຜນການສັ່ງຊື້ລ່ວງໜ້າລະຫວ່າງເດືອນກຸມພາ-ພຶດສະພາ 528 ຖັງ ລວມປະລິມານທັງໝົດ  105,600 ລິດ ແລະ ຮ່ວມເດີນທາງຈັດສົ່ງຜະລິດຕະພັນນໍ້າມັນເຄື່ອງ PTT LUBRICANTS ພ້ອມສຳຫຼວດເສັ້ນທາງ ແລະ ຫາລືກ່ຽວກັບການໃຊ້ຜະລິດຕະພັນນໍ້າມັນເຄື່ອງ PTT LUBRICANTS ເຊິ່ງຖືເປັນໂອກາດອັນດີທີ່ ພີທີທີ (ລາວ) ໄດ້ຂະຫຍາຍຕະຫຼາດເຂົ້າສູ່ອຸດສາຫະກຳໃນ ສປປ ລາວ.

ບໍ່ອະນຸຍາດໃຫ້ສະແດງຄຳເຫັນ.