ຂ່າວສານ ແລະ ກິດຈະກຳ

ຍິນດີຕ້ອນຮັບສູ່ “ງານບຸນກາເຟ ພູພຽງບໍລະເວນ ປະຈຳປີ 2021”
19/02/2021 ງານໄດ້ຈັດຂຶ້ນໃນວັນທີ 08-10 ກຸມພາ 2021 ທີ່ສູນການຄ້າ ແຟຣນຊິບມໍ ນະຄອນປາກເຊ, ແຂວງຈຳປາສັກ. ເພື່ອເປັນການຜັນຂະຫຍາຍຍຸດທະສາດ ກາເຟລາວ ແລະ ສົ່ງເສີມດ້ານການຕະຫຼາດກາເຟໃຫ້ກວ້າງຂວາງທັງຢູ້ພາຍໃນ ແລະ ຕ່າງປະເທດ. “ຄາເຟ່ ອາເມຊອນ” ໄດ້ຮ່ວມເປີດບູ໊ດໃນງານ ເປັນການພົບປະແລກປ່ຽນ ແລະ ຈັບຄູ່ທຸລະກິດ, ການຊື້-ຂາຍ ລະຫວ່າງຜູ້ຜະລິດກາເຟ ຫຼື ຊາວສວນ ແລະ ຜູ້ປຸງແຕ່ງ ການວາງສະແດງສິນຄ້າທີ່ຊ່ວຍໜູນການຜະລິດ-ການປຸງແຕ່ງ ໃນການຫັນເປັນອຸດສາຫະກຳ ແລະ ຫັນເປັນທັນສະໄໝ ທີ່ເພີ່ມປະສິດທິພາບການຜະລິດກະສິກຳໃຫ້ສູງຂຶ້ນ. ...

ພີທີທີ (ລາວ) ປະກອບສ່ວນສະໜັບສະໜູນຢາງໝາກຕອຍ
26/01/2021ເມື່ອວັນທີ 18 ມັງກອນ 2021 ທີ່ຜ່ານມາ ພີທີທີ (ລາວ) ໄດ້ມອບຢາງໝາກຕອຍ ໃຫ້ແກ່ ບ້ານໂພນສົມບູນ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ ຈໍານວນ 50 ຟຸ້ຍ ມູນຄ່າ 65,000,000 ກີບ ແລະ ບ້ານນາສ້ຽວ, ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ ຈໍານວນ 50 ຟຸ້ຍ ມູນຄ່າ 65,000,000 ກີບ. ຕາງໜ້າມອບຮັບໂດຍ ທ່ານ ວັນສະຫວ່າງ ສ່ອງແສງ ຮອງຜູ້ອຳນວຍການສານງານທຸລະກິດ Non-oil ບໍລິສັດ ພີທີທີ (ລາວ) ຈໍາກັດ ພ້ອມດ້ວຍທີມງານ ພີທີທີ (ລາວ), ທ່ານ ສຸວັນໄຊ ລິດທະລັງສີ ນາຍບ້ານ ບ້ານໂພນສົມບູນ ພ້ອມດ້ວຍການຈັດ ຕັ້ງບ້ານໂພນສົມບູນ, ທ່ານ ສົມຊາຍ...

ໂຄງການໂລກມືສອງ ( 2nd HAND WORLD )
22/01/2021ໂຄງການໂລກມືສອງ ( 2nd HAND WORLD ) ແມ່ນໜຶ່ງໃນໂຄງການທີ່ໄດ້ຮັບລາງວັນຈາກໂຄງການຂອງອົງການສະຫະປະຊາຊາດເພື່ອການພັດທະນາ ( UNDP ) ເປັນໂຄງການແຂ່ງຂັນເພື່ອສົ່ງເສີມຮູບແບບເສດຖະກິດຮອບວຽນ ( Circular Economy ) ໃນການຈັດການສິ່ງເສດເຫຼືອຮ່ວມກັບ UNDP ເປັນໂຄງການທີ່ຮັກສາສິ່ງແວດລ້ອມ ແລະ ຊ່ວຍເຫຼືອສັງຄົມໂດຍສົ່ງເສີມການໝູນວຽນ ການນໍາໃຊ້ເຄື່ອງ, ນໍາເອົາເຄື່ອງມືສອງຈາກສັງຄົມໄປບໍລິຈາກ ເພື່ອຕອບສະໜອງສິ່ງທີ່ຍັງຂາດແຄນໃຫ້ແກ່ບ້ານ ແລະ ໂຮງຮຽນ ໂດຍສະເພາະແມ່ນບ້ານທີ່ມີຄວາມທຸກຍາກທີ່ສຸດ. ເພື່ອປູກຝັງຈິດສຳນຶກໃຫ້ກັບນ້ອງນ້ອຍນັກຮຽນໃຫ້ຮູ້ເຖິງຄວາມສຳຄັນໃນການຈັດການສິ່ງເສດເຫຼືອ ແລະ ການໝູນໃຊ້ເຄື່ອງໃຫ້ເກີດປະໂຫຍດສູງສຸດ. ໂຄງການໂລກມືສອງ ປີ 2021 ນີ້ ພີທີທີ (ລາວ) ກໍ່ໄດ້ເປັນສ່ວນໜຶ່ງໃນໂຄງການ ເຊິ່ງໄດ້ມອບເງິນສະໜັບສະໜູນໃຫ້ແກ່ໂຄງການ ມູນຄ່າ 4,000,000 ກີບ ໃຫ້ກຽດມອບໂດຍ ທ່ານ ວັນສະຫວ່າງ ສ່ອງແສງ ຮອງຜູ້ອຳນວຍການສາຍງານທຸລະກິດ Non-oil ບໍລິສັດ ພີທີທີ (ລາວ)...

ຮ່ວມສຳມະນາ ແລະ ຮ່ວມບັນຍາຍການຈັດການສິ່ງເສດເຫຼືອພາສຕິກ ທີ່ຄະນະວິທະຍາສາດສິ່ງແວດລ້ອມ
22/12/2020ບໍລິສັດ ພີທີທີ (ລາວ) ຈຳກັດ ໄດ້ຮັບກຽດຈາກ ຄະນະວິທະຍາສາດສິ່ງແວດລ້ອມ ມະຫາວິທະຍາໄລແຫ່ງຊາດ ເຂົ້າຮ່ວມການສຳມະນາ ແລະ ຮ່ວມບັນຍາຍ ໃນວັນທີ 16-17 ທັນວາ 2020 ໃນຫົວຂໍ້ການຈັດການສີ່ງເສດເຫຼືອພລາສຕິກ. ເພື່ອແລກປ່ຽນຖອດຖອນບົດຮຽນໃຫ້ແກ່ອົງການຈັດຕັ້ງສາກົນ ແລະ ພາກທຸລະກິດທົ່ວໄປ ລວມເຖີງນ້ອງນັກສືກສາ ປີ 1-3 ຄະນະວິທະຍາສາດສິ່ງແວດລ້ອມ ມະຫາວິທະຍາໄລແຫ່ງຊາດ ເພື່ອເຊີນຊວນໃຫ້ນ້ອງໆຫັນມາແຍກຂີ້ເຫຍື້ອກ່ອນຖີມ ແລະ ນຳກັບມາໃຊ້ຊໍ້າໃຫ້ເກີດປະໂຫຍດສູງສຸດ. ...

ເປີດໃຫ້ບໍລິການແລ້ວສະຖານີບໍລິການນໍ້າມັນ ພີທີທີ ພົງສະຫວັນ ຫຼັກ20
22/12/2020ສະຖານີບໍລິການນໍ້າມັນ ພີທີທີ ພົງສະຫວັນ ຫຼັກ20 ໄດ້ເປີດໃຫ້ບໍລິການແລ້ວ ໃນວັນທີ 12 ທັນວາ 2020 ຕັ້ງຢູ່ບ້ານຫຼັກ20, ເມືອງຄຳເກີດ, ແຂວງບໍລິຄຳໄຊ. ເປັນສະຖານີບໍລິການນໍ້າມັນຮູບແບບ Standard P1-3000 ໃຫ້ກຽດເຂົ້າຮ່ວມ ໃນພິທີເປີດໂດຍ ທ່ານ ພົງສະຫວັນ ຍົງທະບູນ ເຈົ້າຂອງສະຖານີບໍລິການນໍ້າມັນ ພີທີທີ ພົງສະຫວັນ ຫຼັກ20, ທ່ານ ວັນສະຫວ່າງ ສ່ອງແສງ ຮອງຜູ້ອຳນວຍການ ສາຍງານທຸລະກິດ Non-oil ບໍລິສັດ ພີທີທີ (ລາວ) ຈໍາກັດ ພ້ອມດ້ວຍທີມງານ ພີທີທີ (ລາວ) ແລະ ບັນດາແຂກພາຍໃນງານ. ພາຍໃນສະຖານີມີຮ້ານ ຄາເຟ່ ອາເມຊອນ, ຫ້ອງນໍ້າທີ່ສະອາດໄວ້ໃຫ້ບໍລິການ ລູກຄ້າ ແລະ ຍັງມີຮ້ານຄ້າອີກຫຼາກຫຼາຍທີ່ຈະເປີດໃຫ້ບໍລິການລູກຄ້າໃນໄວໆນີ້. ...

ງານສະເຫຼີມສະຫຼອງວັນພໍ່ແຫ່ງຊາດໄທ ວັນທີ 05 ທັນວາ 2020 ແລະ ຄົບຮອບ 70 ປີ ການສະຖາປະນາຄວາມສຳພັນທາງການທູດໄທ-ສປປ ລາວ.
15/12/2020ໃນຕອນແລງຂອງວັນທີ 04 ທັນວາ 2020 ທີ່ສະຖານເອກອັກ ຄະຣາຊະທູດໄທ ປະຈໍາ ສປປ ລາວ ໄດ້ຈັດງານສະເຫຼີມສະຫຼອງວັນພ ໍ່ແຫ່ງຊາດໄທ ແລະ ສະເຫຼີມສະຫຼອງຄົບຮອບ 70 ປີ ການສະຖາປະນາ ຄວາມສຳພັນທາງການທູດໄທ - ສປປ ລາວ. ພາຍໃນງານໄດ້ມີການສະແດງສິລະປະຫຼາກຫຼາຍ ແລະ ມີການເປີດ ບູ໊ດເພື່ອປະຊາສຳພັນອາຫານ ແລະ ສິນຄ້າໄທໃນ ສປປ ລາວ, ເຊິ່ງ ພີທີທີ (ລາວ) ກໍ່ເປັນໜຶ່ງໃນສິນຄ້າໄທທີ່ໄດ້ຮ່ວມເປີດບູ໊ດເຄື່ອງດື່ມ “ຄາເຟ ອາເມຊອນ” “ຊານົມໄຂ່ມຸກ ເພີເລີ້ທີ” ແລະ “ເຂົ້າປຽກປູ ປາກເຊ” ພາຍໃນງານ ເພື່ອສະແດງເຖິງຄວາມສາມັກຄີ ຄວາມສຳພັນ ອັນແໜ້ນແຟ້ນຂອງທັງສອງປະເທດ. ...

ພິທີມອບສວນໄດໂນເສົາ ທີ່ແຂວງສະຫວັນນະເຂດ.
15/12/2020ໃນຕອນເຊົ້າວັນທີ 03 ທັນວາ 2020 ທີ່ຜ່ານມາ ທີ່ສວນສາທະລະນະວົງວຽນໄດໂນເສົາ ບ້ານໂພນສະຫວ່າງເໜືອ, ນະຄອນໄກສອນພົມວິຫານ, ແຂວງສະຫວັນນະເຂດ. ບໍລິສັດ ພີທີທີ (ລາວ) ຈໍາກັດ ໄດ້ມອບຕົ້ນໄມ້ເພື່ອຕົບແຕ່ງສວນສາທາລະນະໄດໂນເສົາ, ຖັງຂີ້ເຫຍື້ອ ແລະ ຕິດຕັ້ງ ປ້າຍທີ່ເສົາໄຟຟ້າ ເປັນການເຜີຍແຜ່ກົດລະບຽບຈະລາຈອນ ເຜີຍແຜ່ຄໍາຂວັນກອງປະຊຸມ ໃຫຍ່ຜູ້ແທນຄະນະພັກແຂວງສະຫວັນນະເຂດ ລວມມູນຄ່າ 128,000,000 ກີບ. ໃຫ້ກຽດໂດຍ ທ່ານ ປອ ແສງທອງ ວັງແກ້ວມະນີ ເຈົ້ານະຄອນໄກສອນພົມວິຫານ, ທ່ານ ສົມໝາຍ ສົງວິໄລ ຮອງເຈົ້ານະຄອນ ພ້ອມດ້ວຍຄະນະ ແລະ ທ່ານ ມົນໄຊ ບຸນອິ່ມ ຜູ້ອຳນວຍການ ບໍລິສັດ ພີທີທີ (ລາວ) ຈໍາກັດ ພ້ອມດ້ວຍຄະນະຜູ້ບໍລິຫານ ພີທີທີ (ລາວ) ເຂົ້າຮ່ວມໃນພິທີ. ...
