ໃນວັນທີ 14 ກຸມພາ 2020 ເວລາ 14:00 ໂມງ, ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ພິທີມອບລາງວັນເປັນປະທານໂດຍ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ, ທ່ານ ອຸເດດ ສຸວັນນະວົງ ປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ພ້ອມດ້ວຍລັດຖະມົນຕີ ຜູ້ປະກອບການທຸລະກິດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມມອບລາງວັນ ນັກທຸລະກິດຊັ້ນນໍາດີເດັ່ນປະຈໍາປີ 2019 (Business Leader Award of LNCCI 2019), ເຊິ່ງມີ 55 ບໍລິສັດ ທີ່ໄດ້ຮັບໂລ້ລາງວັນ ບໍລິສັດທຸລະກິດຊັ້ນນໍາດີເດັ່ນ.

          ໃນນັ້ນ ບໍລິສັດ ພີທີທີ (ລາວ) ຈໍາກັດ, ກໍ່ເປັນອີກບໍລິສັດໜຶ່ງທີ່ໄດ້ຮັບໜັງສືເຊີນເຂົ້າຮ່ວມ ຮັບລາງວັນນັກທຸລະກິດຊັ້ນນໍາດີເດັ່ນປີ 2019 ແລະ ທັງເປັນບໍລິສັດທີ່ມີເງື່ອນໄຂທາງດ້ານການປະກອບການໃນການຂະຫຍາຍເສດຖະກິດໃນ ສ ປປ ລາວ ເພື່ອຄຽງຄູ່ໄປກັບສັງຄົມລາວ ແລະ ເປັນຄ່ານິຍົມໃນທຸລະກິດ, ເຊິ່ງຕາງໜ້າຮັບໂດຍ ທ່ານ ມົນໄຊ ບຸນອິ່ມ ຜູ້ອຳນວຍການ ບໍລິສັດ ພີທີທີ (ລາວ) ຈໍາກັດ.

ລາງວັນດັ່ງກ່າວທີ່ໄດ້ຮັບມາມີຄວາມໝາຍ, ຄວາມສໍາຄັນຫຼາຍກັບ ບໍລິສັດ ພີທີທີ (ລາວ) ຈໍາກັດ ທີ່ມີພາບພົດ, ບົດບາດ ແລະ ເປັນການສ້າງຄວາມເຊື່ອໝັ້ນໃຫ້ແກ່ລູກຄ້າ, ຄູ່ຄ້າ ຂອງ ບໍລິສັດ ພີທີທີ (ລາວ) ຈໍາກັດ ເຮົາ.

ບໍ່ອະນຸຍາດໃຫ້ສະແດງຄຳເຫັນ.