ພີທີທີ (ລາວ) ຮ່ວມມອບອຸປະກອນປ້ອງກັນການລະບາດຂອງເຊື້ອໄວຣັສ Covid-19 ຮ່ວມກັບສະຖານເອກອັກຄະຣາຊະທູດໄທປະຈໍາ ສປປ ລາວ.

  1. Home
  2. »
  3. Blog
  4. »
  5. ກິດຈະກຳ
  6. »
  7. ພີທີທີ (ລາວ) ຮ່ວມມອບອຸປະກອນປ້ອງກັນການລະບາດຂອງເຊື້ອໄວຣັສ Covid-19...

ເມື່ອວັນທີ 29 ມິຖຸນາ 2020 ທີ່ຜ່ານມາ ທ່ານ ດຳຣົງ ໃຄ່ຄວນ ເອກອັກຄະຣາຊະທູດໄທປະຈຳ ສປປ ລາວ ພ້ອມດ້ວຍຄະນະຈາກສະຖານເອກອັກຄະຣາຊະທູດ ໄດ້ມອບອຸປະກອນປ້ອງກັນການລະບາດຂອງເຊື້ອໄວຣັສ Covid-19, ອຸປະກອນການຮຽນການສອນໃຫ້ແກ່ ໂຮງຮຽນສຶກສາພິເສດນະຄອນຫຼວງວຽງຈັນ. ໃນໂອກາດນີ້ ພີທີທີ (ລາວ) ຕາງໜ້າໂດຍ ທ່ານ ນັດທະວັດ ແປ້ນຈຸນສີ ຮອງຜູ້ອຳນວຍການສາຍປະຕິບັດການ ກໍ່ໄດ້ຮ່ວມສົມທົບມອບອຸປະກອນປ້ອງກັນການລະບາດຂອງເຊື້ອໄວຣັສ Covid-19 ແລະ ຖັງຂີ້ໃສ່ເຫຍື້ອໃຫ່ແກ່ໂຮງຮຽນ, ຫຼັງຈາກນັ້ນກໍ່ໄດ່ຢ້ຽມຊົມໂຮງຮຽນ ແລະ ໄດ້ຮ່ວມຮັບປະທານອາຫານທ່ຽງຮ່ວມກັບນ້ອງນັກຮຽນ ແລະ ຄູອາຈານດ້ວຍຄວາມເບີກບານມ່ວນຊື່ນ.   

ບໍ່ອະນຸຍາດໃຫ້ສະແດງຄຳເຫັນ.