ໃນວັນທີ 22 ກັນຍາ 2020 ພີທີທີ (ລາວ) ໄດ້ມອບເຄື່ອງຈັກຕັດຫຍ້າ ຈໍານວນ 5 ເຄື່ອງ ແລະ ນໍ້າດື່ມ ພີທີທີ (ລາວ) ຈໍານວນ 30 ແພັກ ໃຫ້ແກ່ ສູນພັດທະນາ ແລະ ບໍລິການດ້ານການກະເສດ ຫ້ວຍຊອນ-ຫ້ວຍຊົ້ວ, ເປັນປະທານໂດຍ ທ່ານ ດຳລົງ ໃຄຣ່ຄວນ ເອກອັກຄະຣາຊະທູດໄທປະຈໍາ ສປປ ລາວ, ທ່ານ ກິແກ້ວ ສິນນາວົງ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ ເມືອງນາຊາຍທອງ, ທ່ານ ດວງຕາວັນ ສີສົມບັດ ຫົວໜ້າສູນພັດທະນາ ແລະ ບໍລິການດ້ານການກະເສດ ຫ້ວຍຊອນ-ຫ້ວຍຊົ້ວ, ທ່ານ ມົນໄຊ ບຸນອິ່ມ ຜູ້ອຳນວຍການ ບໍລິສັດ ພີທີທີ (ລາວ) ຈໍາກັດ ໄດ້ຮ່ວມມອບເຄື່ອງຈັດຕັດຫຍ້າໃຫ້ແກ່ສູນເພື່ອນຳໃຊ້ເຂົ້າໃນການພັດທະນາສູນ ສ້າງເປັນສູນຕົວແບບດ້ານການກະເສດ ຫຼັງຈາກພິທີມອບແລ້ວກໍ່ໄດ້ຮ່ວມກັນປູກຕົ້ນໄມ້ໃຫ້ແກ່ສູນອີກດ້ວຍ.

ບໍ່ອະນຸຍາດໃຫ້ສະແດງຄຳເຫັນ.