ພີທີທີ (ລາວ) ມອບອຸປະກອນການຮຽນ-ປຶ້ມແບບຮຽນ, ເຄື່ອງອຸປະໂພກ-ບໍລິໂພກ ທີ່ບ້ານນໍ້າເງິນ, ເມືອງເງິນ, ແຂວງໄຊຍະບູລີ.

  1. Home
  2. »
  3. Blog
  4. »
  5. ກິດຈະກຳ
  6. »
  7. ພີທີທີ (ລາວ) ມອບອຸປະກອນການຮຽນ-ປຶ້ມແບບຮຽນ, ເຄື່ອງອຸປະໂພກ-ບໍລິໂພກ...

ບໍລິສັດ ພີທີທີ (ລາວ) ຈໍາກັດ ມອບປຶ້ມແບບຮຽນ-ອຸປະກອນການຮຽນ ໃຫ້ແກ່ ໂຮງຮຽນປະຖົມສຶກສາສົມບູນ ບ້ານນໍ້າເງິນ ແລະ ໄດ້ມອບເຄື່ອງອຸປະໂພກ-ບໍລິໂພກ, ຜ້າຫົ່ມ ໃຫ້ແກ່ປະຊາຊົນ ບ້ານນໍ້າເງິນ, ເມືອງເງິນ, ແຂວງໄຊຍະບູລີ ໃນວັນທີ 20 ພະຈິກ 2020.

ຕາງໜ້າມອບຮັບໂດຍ ທ່ານ ມົນໄຊ ບຸນອິ່ມ ຜູ້ອຳນວຍການ ບໍລິສັດ ພີທີທີ (ລາວ) ຈໍາກັດ ພ້ອມດ້ວຍຄະນະຜູ້ບໍລິຫານ, ທ່ານ ຄໍານວນ ແກ້ວວັນໄຊ ນາຍບ້ານ ບ້ານນໍ້າເງິນ, ທ່ານ ວາງປໍລີ ຮອງນາຍບ້ານ ບ້ານນໍ້າເງິນ, ທ່ານ ໄກສອນ ແສງເດດ ຫົວໜ້າຫ້ອງການຍຸດຕິທຳບ້ານນໍ້າເງິນ ແລະ ທ່ານ ສີສະຫວາດ ພົມມະເສນ ຮອງຫົວໜ້າສຶກສາເມືອງເງິນ.

ບໍ່ອະນຸຍາດໃຫ້ສະແດງຄຳເຫັນ.