ເຈົ້າໜ້າທີ່ຕຳຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ປກສ ແຂວງສະຫວັນນະເຂດ ໄດ້ລົງເຜີຍແຜ່ວິທີສະກັດກັ້ນ ແລະ ຕ້ານອັກຄີໄພໃຫ້ແກ່ພະນັກງານສະຖານີ ບໍລິການນໍ້າມັນ ພີທີທີ (ລາວ) ໃນວັນທີ 10 ສິງຫາ 2020 ທີ່ສາງນໍ້າມັນ ພີທີທີ ສະຫວັນນະເຂດ ບ້ານຖໍ້າພະ, ເມືອງອຸທຸມພອນ, ແຂວງສະຫວັນນະເຂດ. ນໍາໂດຍ ທ່ານ ພັຕ ເຂືອງຄຳ ພົມມະລາດ ຮອງຫົວໜ້າພະແນກສະກັດກັ້ນ ແລະ ຕ້ານອັກຄີໄພ ປກສ ແຂວງສະຫວັນນະເຂດ ພ້ອມດ້ວຍທີມງານຕຳຫຼວດ, ທ່ານ ບຸນມີ ເທບບູລີ ເຈົ້າໜ້າທີ່ຮັກສາຄວາມປອດໄພ ບໍລິສັດ ພີທີທີ (ລາວ) ຈໍາກັດ ພ້ອມດ້ວຍທີມງານຈາກສະຖານີບໍລິການນໍ້າມັນ ພີທີທີ ແກ້ງແຮດ, ພີທີທີ ວີແອວວີ, ພີທີທີ ຫຼັກ35, ພີທີທີ ຄູນຄໍາ3, ພີທີທີ ຈະເລີນໄຊ, ພີທີທີ ພອນທິບ, ພີທີທີ ຕົ້ນເພັດນໍາໂຊກ ແລະ ພະນັກງານສາງນໍ້າມັນ ພີທີທີ ສະຫວັນນະເຂດ ເຂົ້າຮ່ວມ

ສາທິດການໃຊ້ອຸປະກອນມອດໄຟຂັ້ນພື້ນຖານ ແລະ ທົດລອງປະຕິບັດຕົວຈິງໃຫ້ແກ່ພະນັກງານ ເພື່ອສ້າງຄວາມຮູ້ພື້ນຖານກ່ຽວກັບວິທີຕ້ານ ແລະ ສະກັດກັ້ນອັກຄີໄພບໍ່ໃຫ້ເກີດຂຶ້ນ.

ບໍ່ອະນຸຍາດໃຫ້ສະແດງຄຳເຫັນ.