ຝຶກອົບຮົມປະຖົມພະຍາບານຂັ້ນຕົ້ນ ແລະ ຝຶກອົບຮົມສະກັດກັ້ນຕ້ານອັກຄີໄພ.

  1. Home
  2. »
  3. Blog
  4. »
  5. ກິດຈະກຳ
  6. »
  7. ຝຶກອົບຮົມປະຖົມພະຍາບານຂັ້ນຕົ້ນ ແລະ ຝຶກອົບຮົມສະກັດກັ້ນຕ້ານອັກຄີໄພ.

ໃນວັນທີ 29 ຕຸລາ 2020 ທີ່ສຳນັກງານໃຫຍ່ ບໍລິສັດ ພີທີທີ (ລາວ) ຈໍາກັດ ໄດ້ຈັດກິດຈະກຳຝຶກອົບຮົມປະຖົມພະຍາບານຂັ້ນຕົ້ນ ແລະ ຝຶກອົບຮົມສະກັດກັ້ນຕ້ານອັກຄີໄພ ນໍາໂດຍທ່ານ ມົນໄຊ ບຸນອິ່ມ ຜູ້ອຳນວຍການ ບໍລິສັດ ພີທີທີ (ລາວ) ຈໍາກັດ ພ້ອມດ້ວຍພະນັກງານ ພີທີທີ (ລາວ), ທີມງານໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກ 1623 ແລະ ທີມງານກົມຕຳຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ນະຄອນຫຼວງວຽງຈັນ .

ເພື່ອໃຫ້ພະນັກງານຮູ້ເຂົ້າໃຈເຖິງຄວາມສຳຄັນຂອງການຊ່ວຍເຫຼືອຜູ້ບາດເຈັບ ແລະ ຄວາມອັນຕະລາຍຂອງອັກຄີໄພ ສາມາດປ້ອງກັນ ແລະ ສາມາດແກ້ໄຂສະຖານະການສຸກເສີນໄດ້.

ບໍ່ອະນຸຍາດໃຫ້ສະແດງຄຳເຫັນ.