ໃນວັນທີ 07 ສິງຫາ 2020 ທີ່ຜ່ານມາ ເຈົ້າໜ້າທີ່ຕຳຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ປກສ ແຂວງບໍລິຄຳໄຊ ໄດ້ລົງເຜີຍແຜ່ວິທີສະກັດກັ້ນ ແລະ ຕ້ານອັກຄີໄພ ໃຫ້ແກ່ພະນັກງານ ທີ່ສະຖານີບໍລິການນໍ້າມັນ ພີທີທີ ເວີນທາດ ບ້ານເວີນທາດ, ເມືອງທ່າພະບາດ, ແຂວງບໍລິຄຳໄຊ ນໍາໂດຍ ທ່ານ ພັຕ ຄອນສະຫວັນ ຈະເລີນສຸກ ຮອງຫົວໜ້າພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ປກສ ແຂວງບໍລິຄໍາໄຊ ພ້ອມດ້ວຍທີມງານຕຳຫຼວດ, ທີມງານຈາກສະຖານີບໍລິການນໍ້າມັນ ພີທີທີ ເວີນທາດ, ພີທີທີ ຄູນຄໍາ5, ພີທີທີ ເຮືອງອານົງ ແລະ ສາງນໍ້າມັນ ພີທີທີ ປາກຊັນ ເຂົ້າຮ່ວມຝຶກອົບຮົມ ເພື່ອຮຽນຮູ້ການປ້ອງກັນສະກັດກັ້ນອັກຄີໄພບໍ່ໃຫ້ເກີດຂຶ້ນ ແລະ ຮັກສາຄວາມສະຫງົບ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ.

ບໍ່ອະນຸຍາດໃຫ້ສະແດງຄຳເຫັນ.