ໃນຕອນແລງຂອງວັນທີ 04 ທັນວາ 2020 ທີ່ສະຖານເອກອັກ ຄະຣາຊະທູດໄທ ປະຈໍາ ສປປ ລາວ ໄດ້ຈັດງານສະເຫຼີມສະຫຼອງວັນພ ໍ່ແຫ່ງຊາດໄທ ແລະ ສະເຫຼີມສະຫຼອງຄົບຮອບ 70 ປີ ການສະຖາປະນາ ຄວາມສຳພັນທາງການທູດໄທ – ສປປ ລາວ.

    ພາຍໃນງານໄດ້ມີການສະແດງສິລະປະຫຼາກຫຼາຍ ແລະ ມີການເປີດ ບູ໊ດເພື່ອປະຊາສຳພັນອາຫານ ແລະ ສິນຄ້າໄທໃນ ສປປ ລາວ, ເຊິ່ງ ພີທີທີ (ລາວ) ກໍ່ເປັນໜຶ່ງໃນສິນຄ້າໄທທີ່ໄດ້ຮ່ວມເປີດບູ໊ດເຄື່ອງດື່ມ “ຄາເຟ ອາເມຊອນ” “ຊານົມໄຂ່ມຸກ ເພີເລີ້ທີ” ແລະ “ເຂົ້າປຽກປູ ປາກເຊ” ພາຍໃນງານ ເພື່ອສະແດງເຖິງຄວາມສາມັກຄີ ຄວາມສຳພັນ ອັນແໜ້ນແຟ້ນຂອງທັງສອງປະເທດ.

ບໍ່ອະນຸຍາດໃຫ້ສະແດງຄຳເຫັນ.