ໂຄງການໂລກມືສອງ ( 2nd HAND WORLD ) ແມ່ນໜຶ່ງໃນໂຄງການທີ່ໄດ້ຮັບລາງວັນຈາກໂຄງການຂອງອົງການສະຫະປະຊາຊາດເພື່ອການພັດທະນາ ( UNDP ) ເປັນໂຄງການແຂ່ງຂັນເພື່ອສົ່ງເສີມຮູບແບບເສດຖະກິດຮອບວຽນ ( Circular Economy ) ໃນການຈັດການສິ່ງເສດເຫຼືອຮ່ວມກັບ UNDP ເປັນໂຄງການທີ່ຮັກສາສິ່ງແວດລ້ອມ ແລະ ຊ່ວຍເຫຼືອສັງຄົມໂດຍສົ່ງເສີມການໝູນວຽນ ການນໍາໃຊ້ເຄື່ອງ, ນໍາເອົາເຄື່ອງມືສອງຈາກສັງຄົມໄປບໍລິຈາກ ເພື່ອຕອບສະໜອງສິ່ງທີ່ຍັງຂາດແຄນໃຫ້ແກ່ບ້ານ ແລະ ໂຮງຮຽນ ໂດຍສະເພາະແມ່ນບ້ານທີ່ມີຄວາມທຸກຍາກທີ່ສຸດ. ເພື່ອປູກຝັງຈິດສຳນຶກໃຫ້ກັບນ້ອງນ້ອຍນັກຮຽນໃຫ້ຮູ້ເຖິງຄວາມສຳຄັນໃນການຈັດການສິ່ງເສດເຫຼືອ ແລະ ການໝູນໃຊ້ເຄື່ອງໃຫ້ເກີດປະໂຫຍດສູງສຸດ.

    ໂຄງການໂລກມືສອງ ປີ 2021 ນີ້ ພີທີທີ (ລາວ) ກໍ່ໄດ້ເປັນສ່ວນໜຶ່ງໃນໂຄງການ ເຊິ່ງໄດ້ມອບເງິນສະໜັບສະໜູນໃຫ້ແກ່ໂຄງການ ມູນຄ່າ 4,000,000 ກີບ ໃຫ້ກຽດມອບໂດຍ ທ່ານ ວັນສະຫວ່າງ ສ່ອງແສງ ຮອງຜູ້ອຳນວຍການສາຍງານທຸລະກິດ Non-oil ບໍລິສັດ ພີທີທີ (ລາວ) ຈໍາກັດ ເມື່ອວັນທີ 15 ມັງກອນ 2021 ທີ່ຜ່ານມາ ເພື່ອປະກອບສ່ວນຊ່ວຍເຫຼືອສັງຄົມ ຊຸກຍູ້ຊີວິດການເປັນຢູ່ຂອງນ້ອງໆນັກຮຽນໃຫ້ດີຂຶ້ນ.

.

ບໍ່ອະນຸຍາດໃຫ້ສະແດງຄຳເຫັນ.