ໂຄງການສອນນ້ອງສ້າງອອມ ຄັ້ງທີ 3 ໂດຍ ພາກວິຊາການເງິນ-ການທະນາຄານ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດຂຶ້ນ ໃນວັນທີ 03 ກໍລະກົດ 2020 ທີ່ ໂຮງຮຽນ ມສ ສີທ່ານາໄຊ ເມືອງປາກຊັນ ແຂວງບໍລິຄຳໄຊ. ເຂົ້າຮ່ວມໂດຍ ທ່ານ ຮສ ນາງແສງຈັນ ຈັນທະເສນ ຮອງຄະນະບໍດີຄະນະເສດຖະສາດ ແລະ ບໍລິຫານທຸລະກິດ, ທ່ານ ຄຳພັນ ລາຊະຈັກ ຮອງຜູ້ອຳນວຍການໂຮງຮຽນ ມ.ສ ສີທ່ານາໄຊ, ທ່ານ ນັດທະວັດ ແປ້ນຈຸນສີ ຮອງຜູ້ອຳນວຍການ ສາຍງານ Supply and Logistic ບໍລິສັດ ພີທີທີ (ລາວ) ຈໍາກັດ, ພ້ອມດ້ວຍຄະນະຄູອາຈານຈາກມະຫາວິທະຍາໄລແຫ່ງຊາດ-ໂຮງຮຽນ ມ.ສ ສີທ່ານາໄຊ, ນັກສຶກສາ ແລະ ນ້ອງນັກຮຽນພາຍໃນໂຮງຮຽນ ເຂົ້າຮ່ວມ. ພີທີທີ (ລາວ) ກໍ່ໄດ້ສະໜັບສະໜູນໂຄງການໂດຍມອບຖັງໃສ່ຂີ້ເຫຍື້ອ ແລະ ຖັງເກັບນໍ້າ ລວມມູນຄ່າ 9,500,000 ກີບ.

ບໍ່ອະນຸຍາດໃຫ້ສະແດງຄຳເຫັນ.