ໃນຕອນເຊົ້າວັນທີ 03 ທັນວາ 2020 ທີ່ຜ່ານມາ ທີ່ສວນສາທະລະນະວົງວຽນໄດໂນເສົາ ບ້ານໂພນສະຫວ່າງເໜືອ, ນະຄອນໄກສອນພົມວິຫານ, ແຂວງສະຫວັນນະເຂດ. ບໍລິສັດ ພີທີທີ (ລາວ) ຈໍາກັດ ໄດ້ມອບຕົ້ນໄມ້ເພື່ອຕົບແຕ່ງສວນສາທາລະນະໄດໂນເສົາ, ຖັງຂີ້ເຫຍື້ອ ແລະ ຕິດຕັ້ງ ປ້າຍທີ່ເສົາໄຟຟ້າ ເປັນການເຜີຍແຜ່ກົດລະບຽບຈະລາຈອນ ເຜີຍແຜ່ຄໍາຂວັນກອງປະຊຸມ ໃຫຍ່ຜູ້ແທນຄະນະພັກແຂວງສະຫວັນນະເຂດ ລວມມູນຄ່າ 128,000,000 ກີບ.     

ໃຫ້ກຽດໂດຍ ທ່ານ ປອ ແສງທອງ ວັງແກ້ວມະນີ ເຈົ້ານະຄອນໄກສອນພົມວິຫານ, ທ່ານ ສົມໝາຍ ສົງວິໄລ ຮອງເຈົ້ານະຄອນ ພ້ອມດ້ວຍຄະນະ ແລະ ທ່ານ ມົນໄຊ ບຸນອິ່ມ ຜູ້ອຳນວຍການ ບໍລິສັດ ພີທີທີ (ລາວ) ຈໍາກັດ ພ້ອມດ້ວຍຄະນະຜູ້ບໍລິຫານ ພີທີທີ (ລາວ) ເຂົ້າຮ່ວມໃນພິທີ.

ບໍ່ອະນຸຍາດໃຫ້ສະແດງຄຳເຫັນ.