ໃນວັນທີ 28 ສິງຫາ 2020 ທີ່ຜ່ານມາ ເຈົ້າໜ້າທີ່ຕຳຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ປກສ ນະຄອນຫຼວງວຽງຈັນ ໄດ້ລົງເຜີຍແຜ່ວິທີສະກັດກັ້ນ ແລະ ຕ້ານອັກຄີໄພ ໃຫ້ແກ່ ພະນັກງານສະຖານີບໍລິການນໍ້າມັນ ພີທີທີ (ລາວ) ທີ່ສາງນໍ້າມັນ ພີທີທີ ວຽງຈັນ ບ້ານໂຄກສະຫວ່າງ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ.

      ນໍາໂດຍ ທ່ານ ພັຕ ສອນເພັດ ແດງຊື່ນ ຮອງຫົວໜ້າພະແນກໂຄສະນາດ້ານອັກຄີໄພນະຄອນຫຼວງວຽງຈັນ ພ້ອມຄະນະ, ທ່ານ ບຸນມີ ເທບບູລີ ເຈົ້າໜ້າທີ່ຮັກສາຄວາມປອກໄພ ບໍລິສັດ ພີທີທີ (ລາວ) ຈໍາກັດ ພ້ອມດ້ວຍທີມງານຈາກສະຖານີບໍລິການນໍ້າມັນ ພີທີທີ ໂພນຕ້ອງ, ພີທີທີ ໂພນພະເນົາ, ພີທີທີ ໜອງແຕ່ງ, ພີທີທີ ໄຊທານີ, ພີທີທີ ໜອງດາ, ພີທີທີ ໂພນໂຮງ, ພີທີທີ ກາສີ, ພີທີທີ ນາຊາຍທອງ, ພີທີທີ ຄູນຄໍາ1, ພີທີທີ ບຸນນະກອນ, ພີທີທີ ກິ່ງນະກອນ, ພີທີທີ ຄູນຄໍາ2, ພີທີທີ ດອນກອຍ, ພີທີທີ ແສງທອງ, ພີທີທີ ຈະເລີນຜົນ, ພີທີທີ ວັງວຽງ, ພີທີທີ ທ່າສະຫວ່າງ, ພີທີທີ ແສງວິໄຊ, ພີທີທີ ປັນຍາທິລາດ, ພີທີທີ ໜອງດ້ວງ, ສາງນໍ້າມັນ ພີທີທີ ວຽງຈັນ ເຂົ້າຮ່ວມ.

ຝຶກອົບຮົມສາມາດຮັບຮູ້ເຂົ້າໃຈເຖິງຄວາມໝາຍ, ຄວາມສຳຄັນຂອງວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພ, ຄວາມອັນຕະລາຍຂອງອັກຄີໄພ ເຂົ້າໃຈຄວາມຮູ້ພື້ນຖານທີ່ຈໍາເປັນ ເພື່ອສາມາດປ້ອງກັນການເກີດອັກຄີໄພ ແລະສາມາດແກ້ໄຂສະຖານະການສຸກເສີນເມື່ອເກີດອັກຄີໄພ.

ເຊິ່ງໄດ້ອະທິບາຍຄວາມຮູ້ພື້ນຖານກ່ຽວກັບການໃຊ້ອຸປະກອນມອດໄຟ, ການບໍາລຸງຮັກສາ, ການກວດເຊັກສະພາບຂອງບັ້ງມອດໄຟ ແລະ ວິທີການນໍາໃຊ້ອຸປະກອນຕ່າງໆ ເມືອມີເຫດອັກຄີໄພເກີດຂຶ້ນຈຶ່ງສາມາດດັບມອດໄຟໄດ້ຢ່າງທັນການ. 

ບໍ່ອະນຸຍາດໃຫ້ສະແດງຄຳເຫັນ.