ໃນວັນທີ 12 ສິງຫາ 2020 ທີ່ຜ່ານມາ ເຈົ້າໜ້າທີ່ຕຳຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ປກສ ແຂວງຈໍາປາສັກ ໄດ້ລົງເຜີຍແຜ່ວິທີສະກັດກັ້ນ ແລະ ຕ້ານອັກຄີໄພ ໃຫ້ແກ່ ພະນັກງານສະຖານີບໍລິການນໍ້າມັນ ພີທີທີ (ລາວ) ທີ່ສາງນໍ້າມັນ ພີທີທີ ປາກເຊ ບ້ານໝື່ນຫຼວງ, ເມືອງບາຈຽງຈະລີນສຸກ, ແຂວງຈໍາປາສັກ.

      ນໍາໂດຍ ທ່ານ ພັທ ກອງຂັນ ພອນຈະເລີນ ຮອງຫົວໜ້າພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ປກສ ແຂວງຈໍາປາສັກ ພ້ອມຄະນະ, ທ່ານ ບຸນມີ ເທບບູລີ ເຈົ້າໜ້າທີ່ຮັກສາຄວາມປອກໄພ ບໍລິສັດ ພີທີທີ (ລາວ) ຈໍາກັດ ພ້ອມດ້ວຍທີມງານ ພີທີທີ (ລາວ) ຈາກສະຖານີບໍລິການນໍ້າມັນ ພີທີທີ ບາຈຽງ, ພີທີທີ ດົງກະໂລງ, ພີທີທີ ປາກຊ່ອງ, ພີທີທີ ສາລະວັນ, ພີທີທີ ດວງດີ, ພີທີທີ ຄູນຄໍາ4, ພີທີທີ ວິໄຊວາລະວົງ, ພີທີທີ ເຊກອງ, ພີທີທີ ພົງສະຫວັນ, ສາງນໍ້າມັນ ພີທີທີ ປາກເຊ ແລະ ບໍລິສັດປາກຊ່ອງໄຮແລນ ເຂົ້າຮ່ວມ, ເຊິ່ງໄດ້ອະທິບາຍຄວາມຮູ້ພື້ນຖານກ່ຽວກັບການໃຊ້ອຸປະກອນມອດໄຟ, ການບໍາລຸງຮັກສາ, ການກວດເຊັກສະພາບຂອງບັ້ງມອດໄຟ ແລະ ວິທີການນໍາໃຊ້ອຸປະກອນຕ່າງໆ ເມືອມີເຫດອັກຄີໄພເກີດຂຶ້ນຈຶ່ງສາມາດດັບມອດໄຟໄດ້ຢ່າງທັນການ. 

ບໍ່ອະນຸຍາດໃຫ້ສະແດງຄຳເຫັນ.