ຂ່າວສານ ແລະ ກິດຈະກຳ

1

ບໍລິສັດ ພີທີທີ (ລາວ) ຈໍາກັດ ພ້ອມດ້ວຍຄູ່ຄ້າຂອງ ພີທີທີ (ລາວ) ຮ່ວມໃຈຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມທີ່ແຂວງສະຫວັນນະເຂດ.

14/12/2020
ໃນວັນທີ 23​ຕຸລາ 2020 ທີ່ຜ່ານມາ ພີທີທີ (ລາວ) ພ້ອມດ້ວຍຄູ່ຄ້າຂອງ ພີທີທີ (ລາວ) ໄດ້ຮ່ວມແຮງຮ່ວມໃຈສົມທົບທຶນ ມອບເຄື່ອງອຸປະໂພກ-ບໍລິໂພກ ຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມທີ່ ບ້ານວັງຄົດ, ບ້ານຫ້ວຍສານ, ບ້ານເຊໂໂປນ ແຂວງສະຫວັນນະເຂດ ລວມມູນຄ່າ 12,000,000 ກີບ. ...
1-1

ມອບຖັງຂີ້ເຫຍື້ອໃຫ້ແກ່ ຄະນະວິທະຍາສາດສິ່ງແວດລ້ອມ ແລະ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ.

14/12/2020
ໃນວັນທີ 16 ຕຸລາ 2020 ພີທີທີ (ລາວ) ໄດ້ມອບຖັງຂີ້ເຫຍື້ອໃຫ້ແກ່ ຄະນະວິທະຍາສາດສິ່ງແວດລ້ອມ ແລະ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ທີ່ມະຫາວິທະຍາໄລແຫ່ງຊາດລາວ. ເພື່ອສະໜັບສະໜູນລົນນະລົງການຖິ້ມຂີ້ເຫຍື້ອໃຫ້ຖືກປະເພດ ຫຼຸດຜ່ອນມົນລະພິດທາງອາກາດ ຫຼຸດຜ່ອນປະລິມານຂີ້ເຫຍື້ອ ເພື່ອຄວາມເປັນລະບຽບແກ່ສັງຄົມ. ...
7

ພີທີທີ (ລາວ) ສະໜັບສະໜູນເຄື່ອງຈັກຕັດຫຍ້າໃຫ້ແກ່ ສູນພັດທະນາ ແລະ ບໍລິການດ້ານການກະເສດ ຫ້ວຍຊອນ-ຫ້ວຍຊົ້ວ (ຫຼັກ22).

14/12/2020
ໃນວັນທີ 22 ກັນຍາ 2020 ພີທີທີ (ລາວ) ໄດ້ມອບເຄື່ອງຈັກຕັດຫຍ້າ ຈໍານວນ 5 ເຄື່ອງ ແລະ ນໍ້າດື່ມ ພີທີທີ (ລາວ) ຈໍານວນ 30 ແພັກ ໃຫ້ແກ່ ສູນພັດທະນາ ແລະ ບໍລິການດ້ານການກະເສດ ຫ້ວຍຊອນ-ຫ້ວຍຊົ້ວ, ເປັນປະທານໂດຍ ທ່ານ ດຳລົງ ໃຄຣ່ຄວນ ເອກອັກຄະຣາຊະທູດໄທປະຈໍາ ສປປ ລາວ, ທ່ານ ກິແກ້ວ ສິນນາວົງ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ ເມືອງນາຊາຍທອງ, ທ່ານ ດວງຕາວັນ ສີສົມບັດ ຫົວໜ້າສູນພັດທະນາ ແລະ ບໍລິການດ້ານການກະເສດ ຫ້ວຍຊອນ-ຫ້ວຍຊົ້ວ, ທ່ານ ມົນໄຊ ບຸນອິ່ມ ຜູ້ອຳນວຍການ ບໍລິສັດ ພີທີທີ (ລາວ)...
S__54108199

ໂຄງການ “ແຍກແລກຍີ້ມ” ທີ່ ພີທີທີ (ລາວ).

14/12/2020
ເພື່ອຫຼຸດໂລກຮ້ອນ ຫຼຸດມົນລະພິດທາງອາກາດ ຫຼຸດການໃຊ້ພະລັງງານ ຫຼຸດຈໍານວນຂີ້ເຫຍື້ອ ຫຼຸດແຫຼ່ງສະສົມຂອງເຊື້ອພະຍາດ ແລະ ເພື່ອການຈັດການຂີ້ເຫຍື້ອທີ່ສະດວກສະບາຍຂຶ້ນ ຫຼຸດງົບປະມານການຈັດການຂີ້ເຫຍື້ອ ສາມາດນໍາໄປສ້າງໃຫ້ເກີດປະໂຫຍດສູງສຸດ ແລະ ສ້າງເປັນລາຍຮັບໄດ້.     ພີທີທີ (ລາວ) ຈຶ່ງໄດ້ຈັດ ໂຄງການ “ແຍກແລກຍິ້ມ” ຂຶ້ນທີ່ສຳນັກງານໃຫຍ່ ພີທີທີ (ລາວ) ໃນວັນທີ 18 ກັນຍາ 2020 ນໍາໂດຍ ທ່ານ ມົນໄຊ ບຸນອິ່ມ ຜູ້ອຳນວຍການ ບໍລິສັດ ພີທີທີ (ລາວ) ຈໍາກັດ ພ້ອມດ້ວຍຜູ້ບໍລິຫານ ແລະ ພະນັກງານ ພີທີທີ (ລາວ) ເຊິ່ງເປັນໂຄງການທີ່ດີອີກໜຶ່ງໂຄງການທີ່ເຮົາຈະເຊີນຊວນທຸກຄົນມາແຍກຂີ້ເຫຍື້ອໃຫ້ຖືກປະເພດເພື່ອນໍາໄປແລກເປັນປະໂຫຍດສູງສຸດ ສ້າງຮອຍຍິ້ມໃຫ້ແກ່ສັງຄົມ ແລະ ຊຸມຊົນ. ...
4

ຝຶກອົບຮົມວິທີສະກັດກັ້ນ ແລະ ຕ້ານອັກຄີໄພ ນະຄອນຫຼວງວຽງຈັນ.

14/12/2020
ໃນວັນທີ 28 ສິງຫາ 2020 ທີ່ຜ່ານມາ ເຈົ້າໜ້າທີ່ຕຳຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ປກສ ນະຄອນຫຼວງວຽງຈັນ ໄດ້ລົງເຜີຍແຜ່ວິທີສະກັດກັ້ນ ແລະ ຕ້ານອັກຄີໄພ ໃຫ້ແກ່ ພະນັກງານສະຖານີບໍລິການນໍ້າມັນ ພີທີທີ (ລາວ) ທີ່ສາງນໍ້າມັນ ພີທີທີ ວຽງຈັນ ບ້ານໂຄກສະຫວ່າງ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ.       ນໍາໂດຍ ທ່ານ ພັຕ ສອນເພັດ ແດງຊື່ນ ຮອງຫົວໜ້າພະແນກໂຄສະນາດ້ານອັກຄີໄພນະຄອນຫຼວງວຽງຈັນ ພ້ອມຄະນະ, ທ່ານ ບຸນມີ ເທບບູລີ ເຈົ້າໜ້າທີ່ຮັກສາຄວາມປອກໄພ ບໍລິສັດ ພີທີທີ (ລາວ) ຈໍາກັດ ພ້ອມດ້ວຍທີມງານຈາກສະຖານີບໍລິການນໍ້າມັນ ພີທີທີ ໂພນຕ້ອງ, ພີທີທີ ໂພນພະເນົາ, ພີທີທີ ໜອງແຕ່ງ, ພີທີທີ ໄຊທານີ, ພີທີທີ ໜອງດາ,...
1

ຝຶກອົບຮົມວິທີສະກັດກັ້ນ ແລະ ຕ້ານອັກຄີໄພ ທີ່ແຂວງຈໍາປາສັກ.

14/12/2020
ໃນວັນທີ 12 ສິງຫາ 2020 ທີ່ຜ່ານມາ ເຈົ້າໜ້າທີ່ຕຳຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ປກສ ແຂວງຈໍາປາສັກ ໄດ້ລົງເຜີຍແຜ່ວິທີສະກັດກັ້ນ ແລະ ຕ້ານອັກຄີໄພ ໃຫ້ແກ່ ພະນັກງານສະຖານີບໍລິການນໍ້າມັນ ພີທີທີ (ລາວ) ທີ່ສາງນໍ້າມັນ ພີທີທີ ປາກເຊ ບ້ານໝື່ນຫຼວງ, ເມືອງບາຈຽງຈະລີນສຸກ, ແຂວງຈໍາປາສັກ.       ນໍາໂດຍ ທ່ານ ພັທ ກອງຂັນ ພອນຈະເລີນ ຮອງຫົວໜ້າພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ປກສ ແຂວງຈໍາປາສັກ ພ້ອມຄະນະ, ທ່ານ ບຸນມີ ເທບບູລີ ເຈົ້າໜ້າທີ່ຮັກສາຄວາມປອກໄພ ບໍລິສັດ ພີທີທີ (ລາວ) ຈໍາກັດ ພ້ອມດ້ວຍທີມງານ ພີທີທີ (ລາວ) ຈາກສະຖານີບໍລິການນໍ້າມັນ ພີທີທີ ບາຈຽງ, ພີທີທີ...
1

ຝຶກອົບຮົມວິທີສະກັດກັ້ນ ແລະ ຕ້ານອັກຄີໄພ ແຂວງສະຫວັນນະເຂດ.

14/12/2020
ເຈົ້າໜ້າທີ່ຕຳຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ປກສ ແຂວງສະຫວັນນະເຂດ ໄດ້ລົງເຜີຍແຜ່ວິທີສະກັດກັ້ນ ແລະ ຕ້ານອັກຄີໄພໃຫ້ແກ່ພະນັກງານສະຖານີ ບໍລິການນໍ້າມັນ ພີທີທີ (ລາວ) ໃນວັນທີ 10 ສິງຫາ 2020 ທີ່ສາງນໍ້າມັນ ພີທີທີ ສະຫວັນນະເຂດ ບ້ານຖໍ້າພະ, ເມືອງອຸທຸມພອນ, ແຂວງສະຫວັນນະເຂດ. ນໍາໂດຍ ທ່ານ ພັຕ ເຂືອງຄຳ ພົມມະລາດ ຮອງຫົວໜ້າພະແນກສະກັດກັ້ນ ແລະ ຕ້ານອັກຄີໄພ ປກສ ແຂວງສະຫວັນນະເຂດ ພ້ອມດ້ວຍທີມງານຕຳຫຼວດ, ທ່ານ ບຸນມີ ເທບບູລີ ເຈົ້າໜ້າທີ່ຮັກສາຄວາມປອດໄພ ບໍລິສັດ ພີທີທີ (ລາວ) ຈໍາກັດ ພ້ອມດ້ວຍທີມງານຈາກສະຖານີບໍລິການນໍ້າມັນ ພີທີທີ ແກ້ງແຮດ, ພີທີທີ ວີແອວວີ, ພີທີທີ ຫຼັກ35, ພີທີທີ ຄູນຄໍາ3, ພີທີທີ...