ຂ່າວສານ ແລະ ກິດຈະກຳ

1

ພີທີທີ (ລາວ) ມອບອຸປະກອນການຮຽນ-ປຶ້ມແບບຮຽນ, ເຄື່ອງອຸປະໂພກ-ບໍລິໂພກ ທີ່ບ້ານນໍ້າເງິນ, ເມືອງເງິນ, ແຂວງໄຊຍະບູລີ.

15/12/2020
ບໍລິສັດ ພີທີທີ (ລາວ) ຈໍາກັດ ມອບປຶ້ມແບບຮຽນ-ອຸປະກອນການຮຽນ ໃຫ້ແກ່ ໂຮງຮຽນປະຖົມສຶກສາສົມບູນ ບ້ານນໍ້າເງິນ ແລະ ໄດ້ມອບເຄື່ອງອຸປະໂພກ-ບໍລິໂພກ, ຜ້າຫົ່ມ ໃຫ້ແກ່ປະຊາຊົນ ບ້ານນໍ້າເງິນ, ເມືອງເງິນ, ແຂວງໄຊຍະບູລີ ໃນວັນທີ 20 ພະຈິກ 2020. ຕາງໜ້າມອບຮັບໂດຍ ທ່ານ ມົນໄຊ ບຸນອິ່ມ ຜູ້ອຳນວຍການ ບໍລິສັດ ພີທີທີ (ລາວ) ຈໍາກັດ ພ້ອມດ້ວຍຄະນະຜູ້ບໍລິຫານ, ທ່ານ ຄໍານວນ ແກ້ວວັນໄຊ ນາຍບ້ານ ບ້ານນໍ້າເງິນ, ທ່ານ ວາງປໍລີ ຮອງນາຍບ້ານ ບ້ານນໍ້າເງິນ, ທ່ານ ໄກສອນ ແສງເດດ ຫົວໜ້າຫ້ອງການຍຸດຕິທຳບ້ານນໍ້າເງິນ ແລະ ທ່ານ ສີສະຫວາດ ພົມມະເສນ ຮອງຫົວໜ້າສຶກສາເມືອງເງິນ. ...
1

27th Anniversary PTT (LAO) Co.,Ltd

15/12/2020
ໃນວັນທີ 11 ພະຈິກ 2020 ທ່ານ ມົນໄຊບຸນອິ່ມ ຜູ້ອຳນວຍການ ບໍລິສັດ ພີທີທີ (ລາວ) ຈໍາກັດ ພ້ອມດ້ວຍຜູ້ບໍລິຫານ ແລະ ພະນັກງານ ພີທີທີ (ລາວ) ໄດ້ຮ່ວມສະເຫຼີມສະຫຼອງວັນຄົບຮອບ 27 ປີ ຂອງ ບໍລິສັດ ພີທີທີ (ລາວ) ຈໍາກັດ ທີ່ສຳນັກງານໃຫຍ່ ພີທີທີ (ລາວ) ເຊິ່ງໄດ້ມີພິທີຕັກບາດ ຖະຫວາຍສັງຄະທານ ແລະ ບາສີສູ່ ຂວັນ ເພື່ອເປັນສິຣິມຸງຄຸນໃຫ້ແກ່ ບໍລິສັດ ພີທີທີ (ລາວ) ຈໍາກັດ. ...
1

ຝຶກອົບຮົມປະຖົມພະຍາບານຂັ້ນຕົ້ນ ແລະ ຝຶກອົບຮົມສະກັດກັ້ນຕ້ານອັກຄີໄພ.

15/12/2020
ໃນວັນທີ 29 ຕຸລາ 2020 ທີ່ສຳນັກງານໃຫຍ່ ບໍລິສັດ ພີທີທີ (ລາວ) ຈໍາກັດ ໄດ້ຈັດກິດຈະກຳຝຶກອົບຮົມປະຖົມພະຍາບານຂັ້ນຕົ້ນ ແລະ ຝຶກອົບຮົມສະກັດກັ້ນຕ້ານອັກຄີໄພ ນໍາໂດຍທ່ານ ມົນໄຊ ບຸນອິ່ມ ຜູ້ອຳນວຍການ ບໍລິສັດ ພີທີທີ (ລາວ) ຈໍາກັດ ພ້ອມດ້ວຍພະນັກງານ ພີທີທີ (ລາວ), ທີມງານໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກ 1623 ແລະ ທີມງານກົມຕຳຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ນະຄອນຫຼວງວຽງຈັນ . ເພື່ອໃຫ້ພະນັກງານຮູ້ເຂົ້າໃຈເຖິງຄວາມສຳຄັນຂອງການຊ່ວຍເຫຼືອຜູ້ບາດເຈັບ ແລະ ຄວາມອັນຕະລາຍຂອງອັກຄີໄພ ສາມາດປ້ອງກັນ ແລະ ສາມາດແກ້ໄຂສະຖານະການສຸກເສີນໄດ້. ...
9

ພີທີທີ (ລາວ) ແຍກແລກຍິ້ມ

15/12/2020
ບໍລິສັດ ພີທີທີ (ລາວ) ຈໍາກັດໄດ້ຮ່ວມກັບ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ບັນຍາຍຜົນກະທົບຕໍ່ສິ່ງແວດລ້ອມກ່ຽວກັບປັນຫາຂີ້ເຫຍື້ອ ໃຫ້ກຽດບັນຍາຍໂດຍ ທ່ານ ທະນະພົນ ກະມົນທະນະກຸນ ຮອງຜູ້ອຳນວຍການສາຍການຕະຫຼາດ ພ້ອມດ້ວຍຄະນະຜູ້ບໍລິຫານ ພີທີທີ (ລາວ) ທີ່ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມະຫາວິທະຍາໄລແຫ່ງຊາດ.   ...
1

ພິທີເຊັນສັນຍາ MOU ລະຫວ່າງ ບໍລິສັດ ພີທີທີ (ລາວ) ຈຳກັດ ແລະ ບໍລິສັດ ລາວໂມບາຍມັນນີ ຈຳກັດ ຜູ້ດຽວ.

15/12/2020
ໃນຕອນເຊົ້າຂອງ ວັນທີ 28 ຕຸລາ 2020 ບໍລິສັດ ພີທີທີ (ລາວ) ຈຳກັດ ໄດ້ເຊັນສັນຍາ MOU ຮ່ວມກັບ ບໍລິສັດ ລາວໂມບາຍມັນນີ ຈຳກັດ ຜູ້ດຽວ ເພື່ອເຊື່ອມຕໍ່ລະບົບການຊຳລະເງິນຜ່ານບໍລິການ M Money ກະເປົາເງິນເທິງມືຖື ແນໃສ່ການອຳນວຍຄວາມສະດວກ ທັງເປັນການເພີ່ມທາງເລືອກໃຫມ່ ແລະ ສາມາດຕອບໂຈດໃຫ້ກັບຄົນລຸ້ນໃຫມ່ໃນຍຸກ Digital ໂດຍບໍ່ຈຳເປັນຕ້ອງພົກເງິນສົດ ແລະ ບັດເຄຣດິດພຽງແຕ່ຫັນມາໃຊ້ແອັບ ບໍລິການ M Money ທ່ານກໍ່ສາມາດຊໍາລະຄ່າສິນຄ້າໄດ້ຢ່າງສະດວກສະບາຍ. ...
2

ກິດຈະກຳລ້ຽງອາຫານທ່ຽງເດັກສຶກສາພິເສດ ແລະ ມອບເຄື່ອງອຸປະໂພກ-ບໍລິໂພກ ໃຫ້ແກ່ໂຮງຮຽນສຶກສາພິເສດນະຄອນຫຼວງ.

15/12/2020
ໃນວັນທີ 23 ຕຸລາ 2020 ທ່ານ ມົນໄຊ ບຸນອິ່ມ ຜູ້ອຳນວຍການ ບໍລິສັດ ພີທີທີ (ລາວ) ພ້ອມດ້ວຍຜູ້ບໍລິຫານ ແລະ ພະນັກງານ ພີທີທີ (ລາວ) ຮ່ວມໃຈຈັດກິດຈະກຳລ້ຽງອາຫານທ່ຽງເດັກສຶກສາພິເສດ ແລະ ມອບເຄື່ອງອຸປະໂພກ-ບໍລິໂພກ, ນໍ້າດື່ມ ພີທີທີ (ລາວ) ໃຫ້ແກ່ໂຮງຮຽນສຶກສາພິເສດນະຄອນຫຼວງ ບ້ານໜອງໜ້ຽວ, ເມືອງ ນະຄອນຫຼວງວຽງຈັນ.   ...
1

ບໍລິສັດ ພີທີທີ (ລາວ) ຈໍາກັດ ພ້ອມດ້ວຍຄູ່ຄ້າຂອງ ພີທີທີ (ລາວ) ຮ່ວມໃຈຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມທີ່ແຂວງສະຫວັນນະເຂດ.

14/12/2020
ໃນວັນທີ 23​ຕຸລາ 2020 ທີ່ຜ່ານມາ ພີທີທີ (ລາວ) ພ້ອມດ້ວຍຄູ່ຄ້າຂອງ ພີທີທີ (ລາວ) ໄດ້ຮ່ວມແຮງຮ່ວມໃຈສົມທົບທຶນ ມອບເຄື່ອງອຸປະໂພກ-ບໍລິໂພກ ຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມທີ່ ບ້ານວັງຄົດ, ບ້ານຫ້ວຍສານ, ບ້ານເຊໂໂປນ ແຂວງສະຫວັນນະເຂດ ລວມມູນຄ່າ 12,000,000 ກີບ. ...