News and Activity

ກະຊວງອຸດສະຫະກຳແລະການຄ້າ ນະຄອນຫລວງວຽງຈັນໄດ້ລົງກວດກາວຽກງານກວດສອບປະລິມານ ທີ່ສະຖານີບໍລິການນ້ຳມັນຂອງ ພີທີທີ (ລາວ)
20/06/2025ໃນລະຫວ່າງວັນທີ 09-13/06/2025 ກະຊວງອຸດສະຫະກຳແລະການຄ້າ ຂະແຫນງຊັບສິນທາງປັນຍາ, ກົມມາດຕະຖານແລະວັດແທກນະຄອນຫລວງວຽງຈັນໄດ້ລົງກວດກາວຽກງານກວດສອບປະລິມານ ( Calibration ) ຫົວຈ່າຍນ້ຳມັນປະຈຳປີ 2025 ໄຕມາດທີ 2 ທີ່ສະຖານີບໍລິການນ້ຳມັນ ພີທີທີ (ລາວ) ຮ່ວມກັບໜ່ວຍງານຄວບຄຸມຄຸນນະພາບແລະປະລິມານ ຂອງບໍລິສັດພີທີທີ (ລາວ)ຈຳກັດ ຈຳນວນ 22 ສະຖານີບໍລິການນ້ຳມັນດັ່ງນີ້: 1. ສະຖານີບໍລິການນ້ຳມັນ ສາຂາ ນາຊາຍທອງ 2. ສະຖານີບໍລິການນ້ຳມັນ ສາຂາ ນາສ້ຽວ 3. ສະຖານີບໍລິການນ້ຳມັນ ສາຂາ ຕານມີໄຊ 4. ສະຖານີບໍລິການນ້ຳມັນ ສາຂາ ສີວິໄລ 5. ສະຖານີບໍລິການນ້ຳມັນ ສາຂາ ຫ້ວຍຫົງ 6. ສະຖານີບໍລິການນ້ຳມັນ ສາຂາ ທ່າງ່ອນ 7. ສະຖານີບໍລິການນ້ຳມັນ ສາຂາ ໄຊທານີ 8....

ບໍລິສັດ ພີທີທີ(ລາວ)ຈຳກັດ ມອບເງິນອຸປະຖຳສະຫະພັນມວຍສາກົນແຫ່ງຊາດລາວ
19/06/2025ໃນວັນທີ 13 ມີຖຸນາ 2025 ທີ່ຜ່ານມາ ບໍລິສັດ ພີທີທີ(ລາວ)ຈຳກັດ ໂດຍ ທ່ານ ພີຣະເວດ ນະ ຣະນອງ ຜູ້ອຳນວຍການບໍລິສັດ ໄດ້ເຂົ້າຮ່ວມຮັບຊົມ ການແຂ່ງຂັນມວຍສາກົນ ຄັດເລືອກນັກກິລາ ເພື່ອເປັນຕົວແທນປະເທດລາວເຂົ້າຮ່ວມ ຊີເກມ ຄັ້ງທີ 33 ທີ່ປະເທດໄທເປັນເຈົ້າພາບຈັດງານ ພ້ອມນີ້ຍັງໄດ້ມອບເງິນສະຫນັບສະຫນູນການຈັດງານແຂ່ງຂັນດັ່ງກ່າວ ຈຳນວນ10,000,000 ກີບ ໃຫ້ກັບທາງສະມາຄົມມວຍສາກົນແຫ່ງຊາດລາວ. ບໍລິສັດ ພີທີທີ(ລາວ) ຈຳກັດ ມີຄວາມພູມໃຈທີ່ໄດ້ມີສ່ວນຮ່ວມໃນການສ້າງຄວາມເຂັ້ມແຂງຮ່ວມກັບສັງຄົມລາວ ເສີມສ້າງສັກກະຍະພາບນັກກິລາລາວສູ່ສາກົນ ໂດຍໃຊ້ກິລາເປັນພະລັງສ້າງສັນສັງຄົມ ສ້າງເຍົາວະຍົນນັກກິລາລຸ້ນໃຫມ່ເປັນຕົວແທນຂອງຊາດເຂົ້າຮ່ວມແຂ່ງຂັນໃນລະດັບນານາຊາດຕໍ່ໄປ. ...

ບໍລິສັດ ພີທີທີ(ລາວ)ຈຳກັດ ໄດ້ຈັດການແຂ່ງຂັນກ໊ອຟ PTT(Lao) Golf Invitational ທີ່ສະຫນາມກ໊ອຟ Long Vien Golf Club Vientiane
17/06/2025ບໍລິສັດ ພີທີທີ (ລາວ) ຈຳກັດ ໄດ້ຈັດງານແຂ່ງຂັນກ໊ອຟ PTT(Lao) Golf Invitational ທີ່ສະຫນາມກ໊ອຟ Long Vien Golf Club Vientiane ໂດຍການເຂົ້າຮ່ວມຈາກຫລາຍພາກສ່ວນມີຫນ່ວຍງານພາກລັດ, ບັນດາລູກຄ້າທີ່ເປັນຄູ່ຄ້າຂອງບໍລິສັດ, ແຂກກິຕິມະສັກທີ່ຖືກເຊີນເຂົ້າຮ່ວມ ໂດຍການເປັນປະທານ ຂອງ ທ່ານ ປີກທອງ ທອງໃຫຍ່ ປະທານເຈົ້າຫນ້າທີ່ບໍລິຫານ ບໍລິສັດ ປຕທ.ນ້ຳມັນແລະການຄ້າປີກ ຈຳກັດ(ມະຫາຊົນ)ພ້ອມຄະນະຜູ້ບໍລິຫານງານ ແລະ ທ່ານ ພີຣະເວດ ນະ ຣະນອງ ຜູ້ອຳນວຍການ ບໍລິສັດພີທີທີ(ລາວ)ຈຳກັດ ພ້ອມດ້ວຍ ຄະນະຜູ້ບໍລິຫານງານ ພະນັກງານວິຊາການຂອງ ບໍລິສັດພີທີທີ(ລາວ) ຈຳກັດ. ຈຸດປະສົງຂອງການຈັດງານໃນຄັ້ງນີ້ ເພື່ອເປັນການພົບປະສ້າງກິດຈະກຳຮ່ວມກັບບັນດາຫນ່ວຍງານທີ່ໄດ້ມີການປະສານສົບທົບຮ່ວມງານກັບບໍລິສັດ ສ້າງສາຍສຳພັນທີ່ດີລະຫວ່າງກັນ ທັງເປັນການຫລິ້ນກິລາ ອອກກຳລັງກາຍ ສ້າງຄວາມສາມະຄີຮ່ວມກັນ ແລະໃນຕອນຄ່ຳ ພີທີທີ(ລາວ) ໄດ້ຈັດງານລ້ຽງເຊີນບັນດາແຂກທີ່ເຂົ້າຮ່ວມຮັບປະທານອາຫານຄ່ຳ, ມີການປະກາດຜົນການແຂ່ງຂັນມອບລາງວັນແກ່ຜູ້ຊະນະພ້ອມທັງຈັດກິດຈະກຳແຈກລາງວັນໃຫ້ກັບແຂກພາຍໃນງານ ເພື່ອສ້າງຄວາມມ່ວນຊື່ນເພີດເພີນສ້າງບັນຍາການຟົດຟື້ນຮ່ວມກັນ. ...

ພິທີເຊັນບົດບັນທຶກຮ່ວມມື (MOU) ກ່ຽວກັບ ການຈັດຕັ້ງປະຕິບັດໂຄງການສຸດຍອດສິນຄ້າລາວ
11/06/2025ພິທີເຊັນບົດບັນທຶກຮ່ວມມື (MOU) ກ່ຽວກັບ ການຈັດຕັ້ງປະຕິບັດໂຄງການສຸດຍອດສິນຄ້າລາວ ລະຫວ່າງ ກະຊວງອຸດສາຫະການ ແລະ ການຄ້າ, ຕາງຫນ້າໂດຍ ຫ້ອງການກະຊວງອຸດສະຫະກຳແລະການຄ້າ ຮ່ວມກັບ ບໍລິສັດ ພີທີທີ (ລາວ) ຈຳກັດ ໃນຕອນເຊົ້າວັນທີ 10 ມິຖຸນາ 2025 ທີ່ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ມີພິທີລົງນາມເຊັນບົດບັນທຶກຮ່ວມມື (MOU) ກ່ຽວກັບ ການຈັດຕັ້ງປະຕິບັດໂຄງການສຸດຍອດສິນຄ້າລາວ ລະຫວ່າງ ກະຊວງອຸດສາຫະກຳ ແລະ ການຄ້າ ຕາງຫນ້າໂດຍ ຫ້ອງການກະຊວງອຸດສະກຳແລະການຄ້າ ຕາງໜ້າລົງນາມໂດຍ ທ່ານ ປອ ບົວວັນ ວິລະວົງ, ຫົວຫນ້າຫ້ອງການ ກະຊວງອຸດສະຫະກຳແລະການຄ້າ ຮ່ວມກັບ ບໍລິສັດ ພີທີທີ (ລາວ) ຈຳກັດ ຕາງໜ້າລົງນາມໂດຍ ທ່ານ ພີຣະເວດ ນະ ຣະນອງ,...

ພິທີຝຶກອົບຮົມ ການກວດສອບ ບໍລິມາດນ້ຳມັນເຊື້ອໄຟໃຫ້ແກ່ ຫ້ອງການ ກະຊວງອຸດສາຫະກຳ ແລະ ການຄ້າເມືອງ ໃນນະຄອນຫລວງວຽງຈັນ
06/06/2025ໃນວັນທີ 6 ມີຖຸນາ 2025 ພະແນກ ອຸດສາຫະກຳ ແລະ ການຄ້າ ນະຄອນຫລວງວຽງຈັນ ໄດ້ຈັດພິທີຝຶກອົບຮົມວຽກງານວັດແທກ ກ່ຽວກັບ ຂັ້ນຕອນ ແລະ ວິທີກວດສອບ ບໍລິມາດນ້ຳມັນເຊື້ອໄຟທີ່ຢູ່ໃນແທ້ງຕາມປ້ຳບໍລິການ ໃຫ້ແກ່ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ ໃນນະຄອນຫລວງວຽງຈັນ ເພື່ອສ້າງຄວາມເຂັ້ມແຂງທາງດ້ານວິຊາການໃຫ້ແກ່ເຈົ້າຫນ້າທີ່ກວດກາການຄ້າຂັ້ນທ້ອງຖິ່ນ ໃຫ້ສາມາດຕິດຕາມ-ກວດກາ ການຈຳຫນ່າຍນ້ຳມັນເຊື້ອໄຟໃຫ້ຖືກຕ້ອງຕາມລະບຽບການໃນວັນທີ 6 ມີຖຸນາ 2025 ພະແນກ ອຸດສາຫະກຳ ແລະ ການຄ້າ ນະຄອນຫລວງວຽງຈັນ ໄດ້ຈັດພິທີຝຶກອົບຮົມວຽກງານວັດແທກ ກ່ຽວກັບ ຂັ້ນຕອນ ແລະ ວິທີກວດສອບ ບໍລິມາດນ້ຳມັນເຊື້ອໄຟທີ່ຢູ່ໃນແທ້ງຕາມປ້ຳບໍລິການ ໃຫ້ແກ່ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ ໃນນະຄອນຫລວງວຽງຈັນ ເພື່ອສ້າງຄວາມເຂັ້ມແຂງທາງດ້ານວິຊາການໃຫ້ແກ່ເຈົ້າຫນ້າທີ່ກວດກາການຄ້າຂັ້ນທ້ອງຖິ່ນ ໃຫ້ສາມາດຕິດຕາມ-ກວດກາ ການຈຳຫນ່າຍນ້ຳມັນເຊື້ອໄຟໃຫ້ຖືກຕ້ອງຕາມລະບຽບການ ການຝຶກອົບຮົມໃນຄັ້ງນີ້ໄດ້ປະຕິບັດຕົວຈິງຢູ່ພາກສະຫນາມ ຢູ່ທີ່ສະຖານີບໍລິການນ້ຳມັນ ພີທີທີ(ລາວ) ສາຂາ ໂພນຕ້ອງ, ເມືອງຈັນທະບູລີ ດ້ວຍ...

1 ມີຖຸນາ ວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ
06/06/20251 ມີຖຸນາ ວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ...

ການລົງ ( Calibration ) ຫົວຈ່າຍນ້ຳມັນປະຈຳປີ 2025 ຂອງກົມມາດຕະຖານແລະວັດແທກທີ່ປ້ຳແຂວງພາເຫນືອຂອງ ສປປ ລາວ
06/05/2025ໃນລະຫວ່າງວັນທີ 23/04/2025-02/05/2025 ພະແນກອຸດສະຫະກຳແລະການຄ້າ ຂະແຫນງຊັບສິນທາງປັນຍາ, ກົມມາດຕະຖານແລະວັດແທກປະຈຳແຕ່ລະແຂວງພາກເຫນືອຂອງລາວໄດ້ລົງກວດກາວຽກງານກວດສອບປະລິມານ ( Calibration ) ຫົວຈ່າຍນ້ຳມັນປະຈຳປີ 2025 ທີ່ສະຖານີບໍລິການນ້ຳມັນ ພີທີທີ (ລາວ) ຮ່ວມກັບໜ່ວຍງານຄວບຄຸມຄຸນນະພາບແລະປະລິມານ ຂອງບໍລິສັດພີທີທີ (ລາວ)ຈຳກັດ ຈຳນວນ 8 ສະຖານີບໍລິການນ້ຳມັນດັ່ງນີ້: 1. ສະຖານີບໍລິການນ້ຳມັນ ໄຊຍະ 2. ສະຖານີບໍລິການນ້ຳມັນ ຫົງສາ 3. ສະຖານີບໍລິການນ້ຳມັນ ບໍ່ແກ້ວ 4. ສະຖານີບໍລິການນ້ຳມັນ ຕົ້ນເຜິ້ງ 5. ສະຖານີບໍລິການນ້ຳມັນ ຫລວງນ້ຳທາ 6. ສະຖານີບໍລິການນ້ຳມັນ ນາເຕີຍ 7. ສະຖານີບໍລິການນ້ຳມັນ ອຸດົມໄຊ 8. ສະຖານີບໍລິການນ້ຳມັນ ຫລວງພະບາງ ເພື່ອສົ່ງມອບຜະລິດຕະພັນທີ່ໄດ້ຄຸນນະພາບໃຫ້ແດ່ລູກຄ້າທຸກທ່ານ ສະຖານີບໍລິການນ້ຳມັນ ໄຊຍະ ແລະ ຫົງສາ ສະຖານີບໍລິການນ້ຳມັນ ບໍ່ແກ້ວ...
