ພິທີເຊັນບົດບັນທຶກຮ່ວມມື (MOU) ກ່ຽວກັບ ການຈັດຕັ້ງປະຕິບັດໂຄງການສຸດຍອດສິນຄ້າລາວ ລະຫວ່າງ ກະຊວງອຸດສາຫະການ ແລະ ການຄ້າ, ຕາງຫນ້າໂດຍ ຫ້ອງການກະຊວງອຸດສະຫະກຳແລະການຄ້າ ຮ່ວມກັບ ບໍລິສັດ ພີທີທີ (ລາວ) ຈຳກັດ

ໃນຕອນເຊົ້າວັນທີ 10 ມິຖຸນາ 2025 ທີ່ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ມີພິທີລົງນາມເຊັນບົດບັນທຶກຮ່ວມມື (MOU) ກ່ຽວກັບ ການຈັດຕັ້ງປະຕິບັດໂຄງການສຸດຍອດສິນຄ້າລາວ ລະຫວ່າງ ກະຊວງອຸດສາຫະກຳ ແລະ ການຄ້າ ຕາງຫນ້າໂດຍ ຫ້ອງການກະຊວງອຸດສະກຳແລະການຄ້າ ຕາງໜ້າລົງນາມໂດຍ ທ່ານ ປອ ບົວວັນ ວິລະວົງ, ຫົວຫນ້າຫ້ອງການ ກະຊວງອຸດສະຫະກຳແລະການຄ້າ ຮ່ວມກັບ ບໍລິສັດ ພີທີທີ (ລາວ) ຈຳກັດ ຕາງໜ້າລົງນາມໂດຍ ທ່ານ ພີຣະເວດ ນະ ຣະນອງ, ຜູ້ອຳນວຍການ ບໍລິສັດ ພີທີທີ (ລາວ) ຈຳກັດ

ພິທີລົງນາມຄັ້ງນີ້ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ປອ. ມະໂນທອງ ວົງໄຊ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ປີກທອງ ທອງໃຫ່ຍ ປະທານເຈົ້າຫນ້າທີ່ບໍລິຫານ ບໍລິສັດ ປຕທ. ນ້ຳມັນ ແລະ ການຄ້າປີກ ຈຳກັດ (ມະຫາຊົນ), ທ່ານ ຊົງພົນ ເທບນຳໂສມມະນັດ ຮອງປະທານເຈົ້າຫນ້າທີ່ບໍລິຫານດ້ານທຸລະກິດຕ່າງປະເທດ ບໍລິສັດ ປຕທ. ນ້ຳມັນ ແລະ ການຄ້າປີກ ຈຳກັດ (ມະຫາຊົນ) ແລະ ບັນດາພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

ການເຊັນບົດບັນທຶກ (MOU) ຄັ້ງນີ້ ແມ່ນເພື່ອສົ່ງເສີມ ສິນຄ້າ ຫນຶ່ງເມືອງ ຫນຶ່ງຜະລິດຕະພັນ (ໂອດອບ), ສິນຄ້າຫັດຖະກຳ ແລະ ສິນຄ້າທ່າແຮງຂອງລາວ ໃຫ້ມີການພັດທະນາ, ຍົກລະດັບຄຸນນະພາບສິນຄ້າ ໃຫ້ໄດ້ມາດຕະຖານ ເພື່ອນຳໄປຈຳຫນ່າຍໃນຮ້ານຄ້າ ສະຖານີບໍລິການນໍ້າມັນ ຂອງ ບໍລິສັດ ພີທີທີ (ລາວ) ຈຳກັດ, ພ້ອມທັງຊຸກຍູ້ໃຫ້ສິນຄ້າ ສາມາດຈຳຫນ່າຍໃນທ້ອງຕະຫລາດຢ່າງກວ້າງຂວາງ ພາຍໃຕ້ຄຳຂວັນ “ສຸດຍອດສິນຄ້າລາວ”; ທັງນີ້ໂຄງການສຸດຍອດສິນຄ້າລາວ ຈະໄດ້ຮັບການຈັດຕັ້ງປະຕິບັດໃນຂອບເຂດທົ່ວປະເທດ ຕາມສະພາບເງື່ອນໄຂຕົວຈິງ

ຄາດໝາຍຂອງຜົນໄດ້ຮັບໃນການຮ່ວມມືຄັ້ງນີ້ ເພື່ອຊຸກຍູ້ການສ້າງລາຍຮັບ ໂດຍສະຫນັບສະຫນູນໃຫ້ປະຊາຊົນນຳຊັບພະຍາກອນ ພູມປັນຍາໃນທ້ອງຖິ່ນມາພັດທະນາເປັນຜະລິດຕະພັນທີ່ມີຄຸນນະພາບ ເພີ່ມມູນຄ່າ ກົງກັບຄວາມຕ້ອງການຂອງຕະຫລາດ ເປັນແຮງຂັບເຄື່ອນເສດຖະກິດຮາກຖານຂອງ ສປປ ລາວ ໃຫ້ເຂັ້ມແຂງຍືນຍົງຕໍ່ໄປ.

ບໍ່ອະນຸຍາດໃຫ້ສະແດງຄຳເຫັນ.