ໃນວັນທີ 13 ມີຖຸນາ 2025 ທີ່ຜ່ານມາ ບໍລິສັດ ພີທີທີ(ລາວ)ຈຳກັດ ໂດຍ ທ່ານ ພີຣະເວດ ນະ ຣະນອງ ຜູ້ອຳນວຍການບໍລິສັດ ໄດ້ເຂົ້າຮ່ວມຮັບຊົມ ການແຂ່ງຂັນມວຍສາກົນ ຄັດເລືອກນັກກິລາ ເພື່ອເປັນຕົວແທນປະເທດລາວເຂົ້າຮ່ວມ ຊີເກມ ຄັ້ງທີ 33 ທີ່ປະເທດໄທເປັນເຈົ້າພາບຈັດງານ ພ້ອມນີ້ຍັງໄດ້ມອບເງິນສະຫນັບສະຫນູນການຈັດງານແຂ່ງຂັນດັ່ງກ່າວ ຈຳນວນ10,000,000 ກີບ ໃຫ້ກັບທາງສະມາຄົມມວຍສາກົນແຫ່ງຊາດລາວ.

ບໍລິສັດ ພີທີທີ(ລາວ) ຈຳກັດ ມີຄວາມພູມໃຈທີ່ໄດ້ມີສ່ວນຮ່ວມໃນການສ້າງຄວາມເຂັ້ມແຂງຮ່ວມກັບສັງຄົມລາວ ເສີມສ້າງສັກກະຍະພາບນັກກິລາລາວສູ່ສາກົນ ໂດຍໃຊ້ກິລາເປັນພະລັງສ້າງສັນສັງຄົມ ສ້າງເຍົາວະຍົນນັກກິລາລຸ້ນໃຫມ່ເປັນຕົວແທນຂອງຊາດເຂົ້າຮ່ວມແຂ່ງຂັນໃນລະດັບນານາຊາດຕໍ່ໄປ.

ບໍ່ອະນຸຍາດໃຫ້ສະແດງຄຳເຫັນ.