ໃນວັນທີ 6 ມີຖຸນາ 2025 ພະແນກ ອຸດສາຫະກຳ ແລະ ການຄ້າ ນະຄອນຫລວງວຽງຈັນ ໄດ້ຈັດພິທີຝຶກອົບຮົມວຽກງານວັດແທກ ກ່ຽວກັບ ຂັ້ນຕອນ ແລະ ວິທີກວດສອບ ບໍລິມາດນ້ຳມັນເຊື້ອໄຟທີ່ຢູ່ໃນແທ້ງຕາມປ້ຳບໍລິການ ໃຫ້ແກ່ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ ໃນນະຄອນຫລວງວຽງຈັນ ເພື່ອສ້າງຄວາມເຂັ້ມແຂງທາງດ້ານວິຊາການໃຫ້ແກ່ເຈົ້າຫນ້າທີ່ກວດກາການຄ້າຂັ້ນທ້ອງຖິ່ນ ໃຫ້ສາມາດຕິດຕາມ-ກວດກາ ການຈຳຫນ່າຍນ້ຳມັນເຊື້ອໄຟໃຫ້ຖືກຕ້ອງຕາມລະບຽບການໃນວັນທີ 6 ມີຖຸນາ 2025 ພະແນກ ອຸດສາຫະກຳ ແລະ ການຄ້າ ນະຄອນຫລວງວຽງຈັນ ໄດ້ຈັດພິທີຝຶກອົບຮົມວຽກງານວັດແທກ ກ່ຽວກັບ ຂັ້ນຕອນ ແລະ ວິທີກວດສອບ ບໍລິມາດນ້ຳມັນເຊື້ອໄຟທີ່ຢູ່ໃນແທ້ງຕາມປ້ຳບໍລິການ ໃຫ້ແກ່ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ ໃນນະຄອນຫລວງວຽງຈັນ ເພື່ອສ້າງຄວາມເຂັ້ມແຂງທາງດ້ານວິຊາການໃຫ້ແກ່ເຈົ້າຫນ້າທີ່ກວດກາການຄ້າຂັ້ນທ້ອງຖິ່ນ ໃຫ້ສາມາດຕິດຕາມ-ກວດກາ ການຈຳຫນ່າຍນ້ຳມັນເຊື້ອໄຟໃຫ້ຖືກຕ້ອງຕາມລະບຽບການ

ການຝຶກອົບຮົມໃນຄັ້ງນີ້ໄດ້ປະຕິບັດຕົວຈິງຢູ່ພາກສະຫນາມ ຢູ່ທີ່ສະຖານີບໍລິການນ້ຳມັນ ພີທີທີ(ລາວ) ສາຂາ ໂພນຕ້ອງ, ເມືອງຈັນທະບູລີ ດ້ວຍ 2 ຮູບແບບຄື: ແບບໃຊ້ອຸປະກອນວັກແທກຕົວຈິງຢູ່ແທ້ງ ແລະ ແບບກວດສອບຜ່ານລະບົບ ATG ອະໂລເມຕິກ








