ໂຄງການປະກວດສະຖານີບໍລິການນໍ້າມັນ COCO ເປັນໂຄງການທີ່ຈັດຂຶ້ນທຸກໆປີ ເພື່ອຍົກລະດັບມາດຕະຖານຂອງສະຖານີບໍລິການໃຫ້ດີຂຶ້ນ ແລະ ສ້າງແຮງຈູງໃຈໃນການເຮັດວຽກໃຫ້ແກ່ພະນັກງານທີ່ປະຕິບັດໜ້າທີ່ໃນສະຖານີບໍລິການນໍ້າມັນ COCO ຂອງ ບໍລິສັດ ພີທີທີ (ລາວ) ຈຳກັດ ທົ່ວປະເທດ, ອີກຍັງເປັນການສົ່ງເສີມໃຫ້ຄວາມມຸ່ງໝັ້ນທີ່ຈະປັບປຸງ ແລະ ພັດທະນາການບໍລິການເພື່ອຮັບໃຊ້ສັງຄົມໃຫ້ດີຂຶ້ນເລື້ອຍໆ.

ການປະກວດສະຖານີບໍລິການນໍ້າມັນ COCO ດີເດັ່ນປະຈຳປີ 2021 ນີ້ມີ ສະຖານີບໍລິການນໍ້າມັນເຂົ້າຮ່ວມປະກວດ ທັງໝົດ 17 ສະຖານີ ເຊິ່ງການປະກວດຈະໄດ້ແບ່ງອອກເປັນ 3 ຮອບ. ເຊິ່ງຜົນການຕັດສິນໃນຮອບທີ 1 ນີ້, ລາງວັນທີ 1 ໄດ້ແກ່ ສະຖານີບໍລິການນໍ້າມັນ ພີທີທີ ດົງກະໂລງ ບ້ານດົງກະໂລງ, ເມືອງປາກເຊ, ແຂວງຈຳປາສັກ ແລະ ລາງວັນທີ 2 ໄດ້ແກ່ 3 ສະຖານີ: ສະຖານີບໍລິການນໍ້າມັນ ພີທີທີ ບາຈຽງ ບ້ານໝື່ນຫຼວງ, ນະຄອນປາກເຊ, ແຂວງຈຳປາສັກ, ສະຖານີບໍລິການນໍ້າມັນ ພີທີທີ ສາລະວັນ ບ້ານຫຼັກ2, ເມືອງສາລະວັນ, ແຂວງສາລະວັນ, ສະຖານີບໍລິການນໍ້າມັນ ພີທີທີ ໜອງດາ ບ້ານໜອງດາ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ.

ຜົນການປະກວດຍັງບໍ່ຈົບພຽງເທົ່ານີ້ ເປັນກຳລັງໃຈໃຫ້ແກ່ສະຖານີບໍລິການນໍ້າມັນທີ່ເຂົ້າປະກວດໃນຮອບທີ 2 ຕໍ່ໄປ.

ບໍ່ອະນຸຍາດໃຫ້ສະແດງຄຳເຫັນ.