ພີທີທີ (ລາວ) ມອບອຸປະກອນການຮຽນ-ການສອນ ແລະ ອຸປະກອນປ້ອງກັນໂຄວິດ-19 ໃຫ້ແກ່ໂຮງຮຽນປະຖົມສົມບູນ ບ້ານປາກເປາະ, ເມືອງວັງວຽງ, ແຂວງວຽງຈັນ.

  1. Home
  2. »
  3. Blog
  4. »
  5. ກິດຈະກຳ
  6. »
  7. ພີທີທີ (ລາວ) ມອບອຸປະກອນການຮຽນ-ການສອນ ແລະ...

ໃນວັນທີ 18 ມີນາ 2022 ບໍລິສັດ ພີທີທີ (ລາວ) ຈຳກັດ ໄດ້ມອບອຸປະກອນການຮຽນ-ການສອນ ແລະ ອຸປະກອນປ້ອງກັນໂຄວິດ-19 ໂດຍມີ ປຶ້ມແບບຮຽນ 230 ຫົວ, ອຸປະກອນການຮຽນ 170 ຊຸດ, ຜ້າປິດປາກ 2,500 ອັນ ແລະ ສະບູລ້າງມື 50 ກ້ອນ ໃຫ້ແກ່ໂຮງຮຽນປະຖົມສົມບູນ ບ້ານ ປາກເປາະ, ເມືອງ ວັງວຽງ, ແຂວງ ວຽງຈັນ. ໃຫ້ກຽດມອບ-ຮັບໂດຍ ທ່ານ ທີຣະ ວິລະວົງ ຜູ້ອຳນວຍການ ບໍລິສັດ ພີທີທີ (ລາວ) ຈຳກັດ ພ້ອມດ້ວຍພະນັກງານ ພີທີທີ (ລາວ) ແລະ ທ່ານ ນາງ ຫຼ້ານ້ອຍ ເພັງໄຊຍາ ຜູ້ອຳນວຍການໂຮງຮຽນປະຖົມສົມບູນ ບ້ານ ປາກເປາະ  ພ້ອມດ້ວຍຄູອາຈານ. ເພື່ອເປັນການປະກອບສ່ວນເຂົ້າໃນການພັດທະນາການສຶກສາ ສົ່ງເສີມໃຫ້ເດັກນ້ອຍນັກຮຽນເຂດຫ່າງໄກໄດ້ມີອຸປະກອນການຮຽນ-ການສອນ ແລະ ອຸປະກອນປ້ອງກັນໂຄວິດ-19 ໄດ້ໃຊ້ຢ່າງທົ່ວເຖິງ.        

ບໍ່ອະນຸຍາດໃຫ້ສະແດງຄຳເຫັນ.