ຂ່າວສານ ແລະ ກິດຈະກຳ

MINI THAILAND WEEK 2021
22/02/2021ພິທີເປີດງານ MINI THAILAND WEEK 2021 ຢ່າງເປັນທາງການເມື່ອວັນທີ 03 ກຸມພາ 2021 ທີ່ແຂວງຊຽງຂວາງ ໂດຍມີ ທ່ານ ນາງ ອຸລະວະດີ ສີພິລົມ ອຸປະທູດ ສະຖານເອກອັກຄະລາຊະທູດໄທ ປະຈໍາ ສປປ ລາາວ, ທ່ານ ປະວິຕາ ມ່ວງສະກຸນ ທີ່ປຶກສາການພານິດ, ທ່ານ ບົວເງິນ ຫູມໄຊຍະພູມ ຮອງເຈົ້າແຂວງ ແຂວງຊຽງຂວາງ ແລະ ທ່ານ ບຸນຄົງ ນັນທະວົງ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງຊຽງຂວາງ ພ້ອມດ້ວຍຜູ້ກ່ຽວຂ້ອງທັງສອງຝ່າຍຮ່ວມໃນພິທີເປີດງານຢ່າງເປັນທາງການ. ພີທີທີ (ລາວ) ໄດ້ຮ່ວມເປີດບູ໊ດວາງສະແດງຜະລິດຕະພັນນໍ້າມັນເຄື່ອງ PTT LUBRICANTS ພ້ອມແນະນຳການເລືອກໃຊ້ຜະລິດຕະພັນຕາມຂັ້ນຕອນ 3 ຕົງ: ຕົງເບີ, ຕົງປະເພດ, ຕົງຂະໜາດ ແລະ ຈັດກິດຈະກຳພາຍໃນງານພ້ອມການມອບຂອງທີ່ລະນຶກໃຫ້ແກ່ຜູ້ສົນໃຈພາຍໃນງານ...

ໂຄງການເຂື່ອນແມ່ນໍ້າຂອງ ຫຼວງພະບາງ
22/02/2021ໂຄງການເຂື່ອນແມ່ນໍ້າຂອງ ຫຼວງພະບາງ ທີ່ບ້ານຫ້ວຍຍໍ, ແຂວງຫຼວງພະບາງ, ສປປ ລາວ. ກຳລັງການຜະລິດ 1460 ເມກາວັດ ມຸ່ງສົ່ງອອກໄປຍັງປະເທດໄທ ແລະ ຫວຽດນາມ ການກໍ່ສ້າງໃນລະຫວ່າງປີ 2563-2570 ປະຈຸບັນໂຄງການໄດ້ເລີ່ມດຳເນີນການກໍ່ສ້າງເຂື່ອນຫຼວງພະບາງແລ້ວ. ໂດຍ ພີທີທີ (ລາວ) ໄດ້ເຂົ້າປະກວດລາຄາຜະລິດຕະພັນນໍ້າມັນເຄື່ອງ PTT LUBRICANTS ແລະ ໄດ້ຮັບເລືອກສັ່ງຊື້ປະລິມານເບື້ອງຕົ້ນ 21,800 ລິດ ພ້ອມທັງຮັບແຜນການສັ່ງຊື້ລ່ວງໜ້າລະຫວ່າງເດືອນກຸມພາ-ພຶດສະພາ 528 ຖັງ ລວມປະລິມານທັງໝົດ 105,600 ລິດ ແລະ ຮ່ວມເດີນທາງຈັດສົ່ງຜະລິດຕະພັນນໍ້າມັນເຄື່ອງ PTT LUBRICANTS ພ້ອມສຳຫຼວດເສັ້ນທາງ ແລະ ຫາລືກ່ຽວກັບການໃຊ້ຜະລິດຕະພັນນໍ້າມັນເຄື່ອງ PTT LUBRICANTS ເຊິ່ງຖືເປັນໂອກາດອັນດີທີ່ ພີທີທີ (ລາວ) ໄດ້ຂະຫຍາຍຕະຫຼາດເຂົ້າສູ່ອຸດສາຫະກຳໃນ ສປປ ລາວ. ...

ພີທີທີ (ລາວ) ສະໜັບສະໜູນນໍ້າດື່ມ ໃຫ້ແກ່ ຄະນະວິທະຍາສາດສິ່ງແວດລ້ອມ ແລະ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມະຫາວິທະຍາໄລແຫ່ງຊາດ
19/02/2021ວັນທີ 16 ກຸມພາ 2021 ພີທີທີ (ລາວ) ໄດ້ມອບນໍ້າດື່ມ ໃຫ້ແກ່ ຄະນະວິທະຍາສາດສິ່ງແວດລ້ອມ ແລະ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມະຫາວິທະຍາໄລແຫ່ງຊາດ ໃຫ້ກຽດມອບຮັບໂດຍ ທ່ານ ວັນສະຫວ່າງ ສ່ອງແສງ ຮອງຜູ້ອຳນວຍການສາຍງານທຸລະກິດ Non-oil ພ້ອມດ້ວຍທີມງານ ພີທີທີ (ລາວ) ແລະ ຄູອາຈານຂອງທັງສອງຄະນະ ເປັນການຕໍ່ຍອດໃນການຮ່ວມມືປະກອບສ່ວນສະໜັບສະໜູນໃນການຈັດກິດຈະກຳຕ່າງໆຂອງ ມະຫາວິທະຍາໄລແຫ່ງຊາດ. ...

ຍິນດີຕ້ອນຮັບສູ່ “ງານບຸນກາເຟ ພູພຽງບໍລະເວນ ປະຈຳປີ 2021”
19/02/2021 ງານໄດ້ຈັດຂຶ້ນໃນວັນທີ 08-10 ກຸມພາ 2021 ທີ່ສູນການຄ້າ ແຟຣນຊິບມໍ ນະຄອນປາກເຊ, ແຂວງຈຳປາສັກ. ເພື່ອເປັນການຜັນຂະຫຍາຍຍຸດທະສາດ ກາເຟລາວ ແລະ ສົ່ງເສີມດ້ານການຕະຫຼາດກາເຟໃຫ້ກວ້າງຂວາງທັງຢູ້ພາຍໃນ ແລະ ຕ່າງປະເທດ. “ຄາເຟ່ ອາເມຊອນ” ໄດ້ຮ່ວມເປີດບູ໊ດໃນງານ ເປັນການພົບປະແລກປ່ຽນ ແລະ ຈັບຄູ່ທຸລະກິດ, ການຊື້-ຂາຍ ລະຫວ່າງຜູ້ຜະລິດກາເຟ ຫຼື ຊາວສວນ ແລະ ຜູ້ປຸງແຕ່ງ ການວາງສະແດງສິນຄ້າທີ່ຊ່ວຍໜູນການຜະລິດ-ການປຸງແຕ່ງ ໃນການຫັນເປັນອຸດສາຫະກຳ ແລະ ຫັນເປັນທັນສະໄໝ ທີ່ເພີ່ມປະສິດທິພາບການຜະລິດກະສິກຳໃຫ້ສູງຂຶ້ນ. ...

ພີທີທີ (ລາວ) ປະກອບສ່ວນສະໜັບສະໜູນຢາງໝາກຕອຍ
26/01/2021ເມື່ອວັນທີ 18 ມັງກອນ 2021 ທີ່ຜ່ານມາ ພີທີທີ (ລາວ) ໄດ້ມອບຢາງໝາກຕອຍ ໃຫ້ແກ່ ບ້ານໂພນສົມບູນ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ ຈໍານວນ 50 ຟຸ້ຍ ມູນຄ່າ 65,000,000 ກີບ ແລະ ບ້ານນາສ້ຽວ, ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ ຈໍານວນ 50 ຟຸ້ຍ ມູນຄ່າ 65,000,000 ກີບ. ຕາງໜ້າມອບຮັບໂດຍ ທ່ານ ວັນສະຫວ່າງ ສ່ອງແສງ ຮອງຜູ້ອຳນວຍການສານງານທຸລະກິດ Non-oil ບໍລິສັດ ພີທີທີ (ລາວ) ຈໍາກັດ ພ້ອມດ້ວຍທີມງານ ພີທີທີ (ລາວ), ທ່ານ ສຸວັນໄຊ ລິດທະລັງສີ ນາຍບ້ານ ບ້ານໂພນສົມບູນ ພ້ອມດ້ວຍການຈັດ ຕັ້ງບ້ານໂພນສົມບູນ, ທ່ານ ສົມຊາຍ...

ໂຄງການໂລກມືສອງ ( 2nd HAND WORLD )
22/01/2021ໂຄງການໂລກມືສອງ ( 2nd HAND WORLD ) ແມ່ນໜຶ່ງໃນໂຄງການທີ່ໄດ້ຮັບລາງວັນຈາກໂຄງການຂອງອົງການສະຫະປະຊາຊາດເພື່ອການພັດທະນາ ( UNDP ) ເປັນໂຄງການແຂ່ງຂັນເພື່ອສົ່ງເສີມຮູບແບບເສດຖະກິດຮອບວຽນ ( Circular Economy ) ໃນການຈັດການສິ່ງເສດເຫຼືອຮ່ວມກັບ UNDP ເປັນໂຄງການທີ່ຮັກສາສິ່ງແວດລ້ອມ ແລະ ຊ່ວຍເຫຼືອສັງຄົມໂດຍສົ່ງເສີມການໝູນວຽນ ການນໍາໃຊ້ເຄື່ອງ, ນໍາເອົາເຄື່ອງມືສອງຈາກສັງຄົມໄປບໍລິຈາກ ເພື່ອຕອບສະໜອງສິ່ງທີ່ຍັງຂາດແຄນໃຫ້ແກ່ບ້ານ ແລະ ໂຮງຮຽນ ໂດຍສະເພາະແມ່ນບ້ານທີ່ມີຄວາມທຸກຍາກທີ່ສຸດ. ເພື່ອປູກຝັງຈິດສຳນຶກໃຫ້ກັບນ້ອງນ້ອຍນັກຮຽນໃຫ້ຮູ້ເຖິງຄວາມສຳຄັນໃນການຈັດການສິ່ງເສດເຫຼືອ ແລະ ການໝູນໃຊ້ເຄື່ອງໃຫ້ເກີດປະໂຫຍດສູງສຸດ. ໂຄງການໂລກມືສອງ ປີ 2021 ນີ້ ພີທີທີ (ລາວ) ກໍ່ໄດ້ເປັນສ່ວນໜຶ່ງໃນໂຄງການ ເຊິ່ງໄດ້ມອບເງິນສະໜັບສະໜູນໃຫ້ແກ່ໂຄງການ ມູນຄ່າ 4,000,000 ກີບ ໃຫ້ກຽດມອບໂດຍ ທ່ານ ວັນສະຫວ່າງ ສ່ອງແສງ ຮອງຜູ້ອຳນວຍການສາຍງານທຸລະກິດ Non-oil ບໍລິສັດ ພີທີທີ (ລາວ)...

ຮ່ວມສຳມະນາ ແລະ ຮ່ວມບັນຍາຍການຈັດການສິ່ງເສດເຫຼືອພາສຕິກ ທີ່ຄະນະວິທະຍາສາດສິ່ງແວດລ້ອມ
22/12/2020ບໍລິສັດ ພີທີທີ (ລາວ) ຈຳກັດ ໄດ້ຮັບກຽດຈາກ ຄະນະວິທະຍາສາດສິ່ງແວດລ້ອມ ມະຫາວິທະຍາໄລແຫ່ງຊາດ ເຂົ້າຮ່ວມການສຳມະນາ ແລະ ຮ່ວມບັນຍາຍ ໃນວັນທີ 16-17 ທັນວາ 2020 ໃນຫົວຂໍ້ການຈັດການສີ່ງເສດເຫຼືອພລາສຕິກ. ເພື່ອແລກປ່ຽນຖອດຖອນບົດຮຽນໃຫ້ແກ່ອົງການຈັດຕັ້ງສາກົນ ແລະ ພາກທຸລະກິດທົ່ວໄປ ລວມເຖີງນ້ອງນັກສືກສາ ປີ 1-3 ຄະນະວິທະຍາສາດສິ່ງແວດລ້ອມ ມະຫາວິທະຍາໄລແຫ່ງຊາດ ເພື່ອເຊີນຊວນໃຫ້ນ້ອງໆຫັນມາແຍກຂີ້ເຫຍື້ອກ່ອນຖີມ ແລະ ນຳກັບມາໃຊ້ຊໍ້າໃຫ້ເກີດປະໂຫຍດສູງສຸດ. ...