ໃນວັນທີ 8 ສິງຫາ 2023 ນີ້ ທີ່ສູນອາຫານໂຊນາ ຟູດເຮົາສ໌ ໄດ້ມີພິທີເຊັນສັນຍາຮ່ວມມືລະຫວ່າງ ບໍລິສັດ ພີທີທີ(ລາວ)ຈໍາກັດ ແລະ ເອັສເອຟເອັມ ກຣູບ ລາວ ພີດີອາ (ບໍລິສັດ ສະຫວັນຄໍາ ຟູດ ແອນ ບີເວິເຣຊ ຈໍາກັດ ຜູ້ດຽວ) ໃນການສະໜອງສິນຄ້າບໍລິໂພກປະເທດອາຫານ ສູ່ຕະຫຼາດລາວ ໂດຍສະເພາະຮ້ານອາເມຊອນໃນ ສປປ ລາວ ພາຍໃຕ້ການເຂົ້າຮ່ວມຂອງທ່ານ ທິຣະ ວິຣະວົງ ຜູ້ອໍານວຍການ ບໍລິສັດ ພີທີທີ(ລາວ) ຈໍາກັດ ພ້ອມດ້ວຍຄະນະຜູ້ບໍລິຫານງານບໍລິສັດແລະ ທ່ານ ແສງລາຕີ ສະຫວັນຄໍາ ຜູ້ອໍານວຍການ ເອັສເອຟເອັມ ກຣູບ ລາວ ພີດີອາ (ບໍລິສັດ ສະຫວັນຄໍາ ຟູດ ແອນ ບີເວິເຣຊ ຈໍາກັດ ຜູ້ດຽວ) ພ້ອມດ້ວຍ ທ່ານ ສັງຄົມ ຈັນສຸກ ປະທານສະພາການຄ້າ ແລະ ອຸດສາຫະກໍາ ນະຄອນຫຼວງວຽງຈັນ; ທ່ານ ກະວິນ ວິຣິຍະພານິດ ເອກອັກຄະລັດສະທູດ ທີ່ປຶກສາຝ່າຍການຄ້າ ປະເທດໄທ ປະຈໍາລາວ ພ້ອມດ້ວຍແຂກຮັບເຊີນ ແລະ ພະນັກງານຂອງທັງສອງຝ່າຍ. ໃ

ການເຊັນສັນຍາຄັ້ງນີ້ ຖືເປັນນິມິດໝາຍແຫ່ງການຮ່ວມມືເພື່ອຕອບສະໜອງປະເພດອາຫານ ແລະ ແບັກເກີຣີ້ ໂດຍບໍລິສັດ ZIXGAR LAO PDR & SFM GROUP LAO PDR ໃຫ້ກັບຮ້ານອາເມຊອນທີ່ຕັ້ງຕາມສະຖານປໍ້ານໍ້າມັນ ປຕທ ຈຸດຕ່າງໆ ເພື່ອສ້າງທາງເລືອກໃຫ້ກັບຜູ້ບໍລິໂພກທຸກເພດໄວ

ທ່ານ ແສງລາຕີ ສະຫວັນຄໍາ ກ່າວ: ຂ້າພະເຈົ້າເລີ່ມປະກອບກິດຈະການນັກຕັ້ງແຕ່ວັນທີ 28 ກັນຍາ 2011 ແລະ ປີ 2022 ໄດ້ມີການຂະຫຍາຍທຸລະກິດດ້ານອາຫານ ແລະເບເກີຣີ້ ໃນຊື່ SFM GROUP LAO PDR ຂ້າພະເຈົ້າໄດ້ເຫັນຄວາມສໍາຄັນໃນການພັດທະນາຂະຫຍາຍທຸລະກິດດ້ານອາຫານເພື່ອສະໜອງເຄື່ອງບໍລິໂພກທີ່ມີຄຸນນະພາບ ແລະ ມີຄຸນປະໂຫຍດທາງດ້ານໂພຊະນາການ ໃຫ້ແກ່ປະຊາຊົນລາວ ສະນັ້ນ, ຈິ່ງໄດ້ມີພິທີເຊັນສັນຍາຮ່ວມມືກັນໃນມື້ນີ້ ເພື່ອສະໜອງອາຫານດັ່ງກ່າວ ເພື່ອເປັນທາງເລືອກໃຫ້ຜູ້ບໍລິໂພກໃນລາວ.

ຂ້າພະເຈົ້າຫວັງຢ່າງຍິ່ງວ່າ ບັນດາຜະລິດຕະພັນ ຈາກ SFM GROUP LAO PDR ແລະ The ZIXGAR LAO PDR ຈະເປັນອີກທາງເລືອກໃນການບໍລິໂພກຂອງບັນດາທ່ານ ແລະ ຂໍສະແດງຄວາມຮູ້ບຸນຄຸນຢ່າງສູງມາຍັງ ບໍລິສັດ PTT LAO ຈໍາກັດ ທີ່ໃຫ້ຄວາມຮ່ວມມື ແລະ ຂອບໃຈທຸກການ ຊ່ວຍເຫຼືອຈາກບັນດາທ່ານທີ່ມີສ່ວນຮ່ວມ ແລະ ຂອບໃຈລູກຄ້າທຸກໆທ່ານທີ່ສະໜັບສະໜູນ ພ້ອມໃຫ້ຄວາມເຊື່ອໝັ້ນສະເໝີມາ.

ຂະນະທີ່ ທ່ານ ທິຣະ ວິຣະວົງ ກໍໄດ້ກ່າວຂອບໃຈບໍລິສັດຄູ່ຮ່ວມ ທີ່ມີຄວາມເຊື່ອໝັ້ນ ແລະ ເຂົ້າມາຮ່ວມມືກັນ ຈະໄດ້ມີສ່ວນຮ່ວມໃນການສ້າງປະໂຫຍດບໍລິການສັງຄົມ, ນໍາມາໃຫ້ເກີດສິ່ງອໍານວຍຄວາມສະດວກໃຫ້ປະຊາຊົນ ແລະ ຊາວຕ່າງແດນທີ່ເຂົ້າມາລາວ ເຊິ່ງທັງສອງບໍລິສັດ ກໍຈະໄດ້ພ້ອມກັນພັດທະນາໄປດ້ວຍກັນ.

ຈາກການເຊັນສັນຍາດັ່ງກ່າວ ຕໍ່ໄປໃນຮ້ານ ຄາເຟ ອາເມຊອນ ກໍຈະມີ ອາຫານວ່າງ ແລະ ເບເກີຣີ້ ໃຫ້ບໍລິການ ເພື່ອເປັນທາງເລືອກໃນການບໍລິໂພກຂອງທຸກໆຄົນທີ່ເຂົ້າໄປໃຊ້ບໍລິການ.

ບໍ່ອະນຸຍາດໃຫ້ສະແດງຄຳເຫັນ.