![](https://pttlao.com/wp-content/uploads/2023/07/ZON1-1024x683.jpg)
ເປີດໂສມຫນ້າ ສຸດຍອດບາຣິສຕ້າ ຜູ້ຄວ້າໄຊຊະນະຈາກການແຂ່ງຂັນ Cafe Amazon Barista Championship 2023
![](https://pttlao.com/wp-content/uploads/2023/07/ZON2-1024x683.jpg)
Café Amazon ຈັດການແຂ່ງຂັນ Café Amazon Barista Championship ປະຈຳປີ 2023 ຮອບຊິງຊະນະເລີດທີ່ສູນທຸລະກິດ life style ຫຼື ໂອເອຊິສ(OASYS) ແຂວງພຣະນະຄອນສີອະຍຸດທະຍາ ເມື່ອວັນທີ 6-7 ກໍລະກົດ 2023 ທີ່ຜ່ານມາ ນັບເປັນປີທີ 7 ໂດຍເປີດໂອກາດໃຫ້ບາຣິສຕ້າມືອາຊີບຈາກຮ້ານ Café Amazon ທັງໃນປະເທດ ແລະ ຕ່າງປະເທດ ໄດ້ສະແດງສີມືຢ່າງຂຸ້ນຂ້ຽວ ສຳຫລັບສຸດຍອດບາຣິສຕ້າ ຜູ້ໄດ້ຮັບລາງວັນຊະນະເລີດປະຈຳປີ 2023 ໄດ້ແກ່ ນາງ ດວງດາວ ວົງໄຊຍາ ຈາກ Café Amazon ສາຂາວັດຈັນ ສປປ.ລາວ ລາງວັນຮອງຊະນະເລີດອັນດັບ 1 ໄດ້ແກ່ ນາງ ຊະນາພອນ ຊ່າງກ່ອມ ຈາກ Café Amazon ສາຂາກົມທາງຫລວງ ຣາຊະອານາຈັກໄທຍ ແລະ ລາງວັນຮອງຊະນະເລີດອັນດັບ 2 ໄດ້ແກ່ ນາງ ສຸລິຍາດາ ບຸບຜາຊາດ ຈາກ Café Amazon ສາຂາສະຖານີບໍລິການ ພີທີທີ ມະຫາວິທະຍາໄລຂອນແກ່ນ ຣາຊະອານາຈັກໄທຍ
![](https://pttlao.com/wp-content/uploads/2023/07/ZON3-1024x683.jpg)
![](https://pttlao.com/wp-content/uploads/2023/07/ZON4-1024x683.jpg)
![](https://pttlao.com/wp-content/uploads/2023/07/ZON5-1024x683.jpg)
![](https://pttlao.com/wp-content/uploads/2023/07/ZON6-1024x683.jpg)
![](https://pttlao.com/wp-content/uploads/2023/07/ZON7-1024x683.jpg)
![](https://pttlao.com/wp-content/uploads/2023/07/ZON8-1024x683.jpg)
ການແຂ່ງຂັນຄັ້ງນີ້ ນອກຈາກເປັນການຍົກລະດັບຂີດຄວາມສາມາດໃນການສ້າງສັນເຄື່ອງດື່ມຂອງບາຣິສຕ້າ ຕາມມາດຕະຖານຂອງຮ້ານ Café Amazon ແລ້ວ ຍັງຖືເປັນການເນັ້ນຫນັກຈຸດຢືນໃນການເປັນ “ກາເຟທີ່ແຟກັບຄົນທັງໂລກ” ຂອງ Café Amazon ຢ່າງແທ້ຈິງ
![](https://pttlao.com/wp-content/uploads/2023/07/ZON9-1024x683.jpg)