ໃນວັນທີ 27 ກໍລະກົດ 2021 ບໍລິສັດ ພີທີທີ (ລາວ) ຈຳກັດ ໄດ້ສະໜັບສະໜູນຊຸດກິລາໃຫ້ແກ່ ສຳນັກງານປົກຄອງເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ. ໃຫ້ກຽດມອບໂດຍ ທ່ານ ມັງກອນ ສຸລິໂຍສັກ Auto Service Store management Division ບໍລິສັດ ພີທີທີ (ລາວ) ຈໍາກັດ ແລະ ໃຫ້ກຽດຮັບໂດຍ ທ່ານ ເດດສົງຄາມ ທຳມະວົງ ເຈົ້າເມືອງ ເມືອງສີສສັດຕະນາກ, ເລຂາພັກເມືອງ, ຄະນະປະຈຳພັກນະຄອນຫຼວງວຽງຈັນ, ພ້ອມດ້ວຍຄະນະທີ່ກ່ຽວຂ້ອງເຂົ້າຮ່ວມທີ່ ສຳນັກງານປົກຄອງເມືອງສີສັດຕະນາກ.

ໂດຍໄດ້ມອບຊຸດກິລາ ຈໍານວນ 28 ຊຸດ ລວມມູນຄ່າ 2.500.000 ກີບ ເພື່ອປະກອບສ່ວນຊຸກຍູ້ ສົ່ງເສີມ ເຂົ້າໃນວຽກງານກິລາຂອງເມືອງສີສັດຕະນາກ. ໃນໂອກາດນີ້, ທ່ານ ເດດສົງຄາມ ທຳມະວົງ ເຈົ້າເມືອງ ເມືອງສີສັດຕະນາກ ກໍ່ໄດ້ສະແດງຄວາມຂອບໃຈມາຍັງ ບໍລິສັດ ພີທີທີ (ລາວ) ຈຳກັດ ທີ່ໄດ້ປະກອບສ່ວນສະໜັບສະໜູນຊຸດກິລາໃຫ້ແກ່ ສຳນັກງານປົກຄອງເມືອງສີສັດຕະນາກ.

ບໍ່ອະນຸຍາດໃຫ້ສະແດງຄຳເຫັນ.