ພິທີມອບ-ຮັບ ອຸປະກອນປ້ອງກັນການແຜ່ລະບາດເຊື້ອພະຍາດໂຄວິດ-19 ທີ່ ສຳນັກງານນາຍົກລັດຖະມົນຕີ ໃນວັນທີ 17 ກຸມພາ 2022 ເປັນກຽດມອບ-ຮັບ ໂດຍ ທ່ານ ອາລຸນໄຊ ສູນນາລາດ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ແລະ ທ່ານ ທີຣະ ວິຣະວົງ ຜູ້ອຳນວຍການ ບໍລິສັດ ພີທີທີ (ລາວ) ຈຳກັດ ພ້ອມດ້ວຍຄະນະຜູ້ບໍລິຫານ ພີທີທີ (ລາວ) ເຂົ້າຮ່ວມ, ອຸປະກອນທີ່ມອບປະກອບມີ ໜ້າກາກອະນາໄມ ຈຳນວນ 10,00 ອັນ ແລະ ສະເປແອວກໍຮໍ ຈຳນວນ 150 ອັນ. ເພື່ອນຳໄປຮັບໃຊ້ເຂົ້າໃນການເຄື່ອນໄຫວວຽກງານສະກັດກັ້ນ ແລະ ປ້ອງກັນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19.

ໃນໂອກາດນີ້, ທ່ານ ອາລຸນໄຊ ສູນນາລາດ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ກໍ່ໄດ້ສະເເດງຄວາມຂອບອົກຂອບໃຈ ໃນການຊ່ວຍເຫຼືອ ຂອງ ພີທີທີ (ລາວ) ໃນຄັ້ງນີ້, ເຊິ່ງຈະນຳເອົາອຸປະກອນດັ່ງກ່າວໄປຮັບໃຊ້ເຂົ້າໃນການເຄື່ອນໄຫວວຽກງານປ້ອງກັນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ໃຫ້ມີປະສິດທິຜົນສູງສຸດ.

ບໍ່ອະນຸຍາດໃຫ້ສະແດງຄຳເຫັນ.