ພິທີເປິດສາຂາທຳອິດຂອງ Café Amazon Concept Store ເປັນກຽດເຂົ້າຮ່ວມມີ ທ່ານ ດີຊະທັດ ປັນຍາຣະຊຸນ ປະທານເຈົ້າໜ້າທີ່ບໍລິຫານ ບໍລິສັດ ປຕທ ນໍ້າມັນ ແລະ ການຄ້າປີກ ຈຳກັດ ມະຫາຊົນ (ປະເທດໄທ) ແລະ ທ່ານ ນາງ ຄໍາ ນັກສຸລິດ ຜູ້ບໍລິຫານຮ້ານຄ້າເຝ່ ອາເມຊອນ ສາຂາໂຮງກາຍະສິນ ພ້ອມດ້ວຍ, ທ່ານ ນາງ ມໍລະກົດ ສີສະຫວັດ ເອກອັກຄະຣາດຊະທູດໄທ ປະຈຳ ນະຄອນຫຼວງວຽງຈັນ ແລະ ທ່ານ ບົວໄລ ພານຸວົງ ເລຂາທິການ ສະມາຄົມລາວ-ໄທ ເພື່ອມິດຕະພາບ ຮ່ວມພິທີເປີດຮ້ານ ຢ່າງເປັນທາງການ.

Café Amazon Concept Store ແຫ່ງທໍາອິດ ໃນຕ່າງປະເທດ ທີ່ນະຄອນຫຼວງວຽງຈັນ ສປປ ລາວ ຊູແນວຄິດ ປະຕູສູ່ວັດທະນະທໍາທ້ອງຖິ່ນ

Café Amazon Concept Store ສາຂາ ໂຮງກາຍະສິນ ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ, ສະເໜີປະສົບການ ຮູບແບບຮ້ານທີ່ໂດດເດັ່ນດ້ວຍແນວຄິດ Upcycling ແລະ ເນັ້ນເຄື່ອງດື່ມທີ່ ຄັດສັນມາເປັນພິເສດ ໃຫ້ຜູ້ບໍລິໂພກຄົນລາວ ຊູແນວຄິດ “ປະຕູສູວັດທະນະທໍາທ້ອງຖິ່ນ” ຕັ້ງເປົ້າຂະຫຍາຍ ສາຂາໃນ ສປປ ລາວ ໃຫ້ມີຈຳນວນຫຼາຍກ່ວາ 100 ສາຂາ ໃນປີ 2024 ຈະມາເຖິງນີ້.

ທ່ານ ດິຊະທັດ ປັນຍາຣະຊຸນ ເບີດເຜີຍວ່າ Café Amazon Concept Store ສາຂາ ໂຮງກາຍະສິນ ເປັນຮ້ານຮູບແບບ Concept Store ແຫ່ງທໍາອິດໃນຕ່າງປະເທດ ໂດຍຕັ້ງໃຈໃຫ້ຮ້ານ ຄາເຟ່ ອາເມຊອນ ນໍາເລື່ອງລາວຄວາມໜ້າຮັກ ຂອງທ້ອງຖິ່ນ ທີ່ຕັ້ງຂອງຮ້ານ ມາປະສານກັບການ ດໍາເນີນທຸລະກິດ ແລະ ຖ່າຍທອດຜ່ານເອກະລັກຕ່າງໆ ເພື່ອໃຫ້ຮ້ານຄາເຟ່ ອາເມຊອນ, ເປັນຕົວແທນແບບເລົ່າເລື່ອງຂອງທ້ອງຖິ່ນ, ມີເມນູພິເສດປະຈໍາຮ້ານ ທີ່ແຕກຕ່າງກັນອອກໄປ, ເປັນເຄື່ອງດື່ມແນວປະສົມປະສານ, ມີເຄື່ອງດື່ມສຸດພິເສດ ທີ່ນໍາເອົາວັດຖຸດິບຈາກຊຸມຊົນ ທີ່ຕັ້ງຂອງຮ້ານ ມາສ້າງສັນເປັນເມນູພິເສດ ທີ່ມີຈຳໜ່າຍສະເພາະສາຂານັ້ນໆ, ສໍາລັບເມນູພິເສດສາຂາ ໂຮງກາຍາສິນ ໄດ້ແກ່ເມນູ ຕໍາໝາກຮຸ່ງ(Tum Mak Hoong) ເຄື່ອງດື່ມທີ່ປະສານວັດທະນະທໍາທ້ອງຖິ່ນຂອງລາວ ມາໃຫ້ເປັນຈຸດເດັ່ນ ໄດ້ແຮງບັນດານໃຈຈາກຕໍາໝາກຮຸ່ງລາວ ແລະ ໃຊ້ຊາ 400 ປີ ຊຶ່ງເປັນສິນຄ້າຫຼັກຂອງບ້ານກໍແມ່ນ, ແຂວງຜົ້ງສາລີ ມາເປັນຈຸດສຳຄັນ ຂອງເຄື່ອງຕື່ມ, ປະສົມນໍ້າໄຊລັບໝາກແຕງ ໃຫ້ລົດຊາດສົ້ມອົມຫວານ, ເມນູ ເບຍລາວກະຈຽບ(Roselle Beer Laos) ສ້າງສັນຈາກເບຍລາວ, ຊຶ່ງເປັນຜະລິດຕະພັນຂຶ້ນຊື່ຂອງ ສປປ ລາວ ປະສົມກັບນໍ້າໄຊລັບ ກະຈຽບຫອມຊື່ນໃຈ ແລະ ເມນູ ກາຍະສິນ ແຟຣບເປ້(Kayasin Frappe) ຊຶ່ງນໍາເອົາກາເຟ ມາປັ່ນກັບນົມໝາກພ້າວ ໃຫ້ລົດຊາດທີ່ມີເອກະລັກ ລົງຕົວສົມບູນແບບ ແລະ ຍັງມີບຣາ ທີ່ເສີບເຄື່ອງຕື່ມແບບພິເສດທີ່ເອີ້ນວ່າ ‘‘Concept Bar’’ ຊຶ່ງມີສະເພາະທີ່ຮ້ານຮູບແບບ Concept Bar ເທົ່ານັ້ນ, ໂດຍໃຊ້ເມັດກາເຟຄັດພິເສດຈາກເມືອງ ປາກຊ່ອງ ແຂວງຈຳປາສັກ; ນອກຈາກນີ້ ເຟີນິເຈີ້ ແລະ ວັດສະດຸຕົບແຕ່ງພາຍໃນຮ້ານ ເປັນວັດສະດຸ Upcycling ທີ່ນໍາເອົາສິ່ງເສດເຫຼືອ ຫຼື ວັດສະດຸທີ່ບໍ່ໄດ້ໃຊ້ແລ້ວ ນຳກັບມາສ້າງເປັນເຟີນິເຈີ້ ຕາມແນວທາງການຮັກໂລກແບບ Circular Living ທີ່ຄາເຟ ອາເມຊອນ ໃສ່ໃຈສະເມີ ຕາມແນວທາງການດຳເນີນທຸລະກິດ ແບບເສດຖະກິດໝູນວຽນ “ເພື່ອໂລກທີ່ດີກ່ວາເດີມ” ບໍ່ວ່າຈະເປັນ ຜິວເຄົາເຕີຫິນອ່ອນ ຜົນຜະລິດຈາກການປະສົມປະສານ ລະຫວ່າງ “ເປືອກໄຂ’’ ທີ່ໃຊ້ແລ້ວ ແລະ ຫີນສັງເຄາະ ‘‘ພລາມ-ຄອມ’’ ວັດສະດຸ ທີ່ມີສ່ວນປະສົມກາກກາເຟ ປະສົມກັບພລາສຕິກເຫຼືອໃຊ້ ຈາກອຸດສາຫະກໍາ ນໍາມາແປຮູບເປັນແຜ່ນວັດສະດຸຕົບແຕ່ງ ທີ່ມີຜິວສຳພັດອັນເປັນເອກະລັກ ມີສີສັນທີ່ເປັນທຳມະຊາດ ມີຄວາມໜຽວ, ທົນທານ ແລະ ເປັນມິດຕໍ່ສິ່ງແວດລ້ອມ.

ບໍ່ອະນຸຍາດໃຫ້ສະແດງຄຳເຫັນ.