ໃນວັນທີ 8 ສິງຫາ 2023 ທີ່ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ ໄດ້ມີພິທີເປີດ ຮ້ານ Café Amazon ສາຂາ ລາວໂທລະຄົມ ສາຍລົມ ຢ່າງເປັນທາງການ ໃຫ້ກຽດຮ່ວມງານໂດຍ ທ່ານ ສຸພົນ ຈັນທະວີໄຊ ຜູ້ອຳນວຍການໃຫຍ່ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ ພ້ອມດ້ວຍຄະນະ, ທ່ານ ທິຣະ ວິຣະວົງ ຜູ້ອໍານວຍການ ບໍລິສັດ ພິທີທີ ລາວ ຈໍາກັດ ພ້ອມດ້ວຍຄະນະ, ຄະນະຜູ້ບໍລິຫານກຸ່ມບໍລິສັດ ລາວ ໂທລະຄົມ ແລະ ທີມງານທຸລະກິດ Café Amazon, ໃຫ້ກຽດກ່າວເປີດງານໂດຍ ທ່ານ ອາລຸນນະເດດ ບານຈິດ ຮອງຜູ້ອຳນວຍການໃຫຍ່ ລາວ ໂທລະຄົມ ຂະເເໜງຈັດຕັ້ງ-ບໍລິຫານ.

ສາຂາທີ່ຕັ້ງບໍລິການຢູ່ພາຍໃນ ສຳນັກງານໃຫຍ່ ບໍລິສັດ ລາວ ໂທລະຄົມ (Lao Telecom) ທີ່ຢູ່ບ້ານ ສາຍລົມ, ເມືອງ ຈັນທະບູລີ, ນະຄອນຫຼວງວຽງຈັນ.

ບໍ່ອະນຸຍາດໃຫ້ສະແດງຄຳເຫັນ.