ໃນວັນທີ 22 ພຶດສະພາ 2020 ທີ່ຜ່ານມາ ສະຖານນີບໍລິການນ້ຳມັນ ພີທີທີ ດົງຈອງ ໄດ້ມີພິທີເປີດຮ້ານໃໝ່ພາຍໃນສະຖານນີບໍລິການ ກໍ່ຄື: ຮ້ານຊີ້ນໝູສົດ CP PORK SHOP ເຂົ້າຮ່ວມພິທີໂດຍ ທ່ານ ນັດທະວັດ ແປ້ນຈຸນສີ ຮອງຜູ້ອໍານວຍການສາຍ Supply and Logistics, ທ່ານ ວັນສະຫວ່າງ ສ່ອງແສງ ຮອງຜູ້ອໍານວຍການສາຍ Non-Oil, ພ້ອມດ້ວຍພະນັກງານບໍລິສັດ ພີທີທີ (ລາວ) ຈໍາກັດ ແລະ ບັນດາແຂກທີ່ຮັບເຊີນຈາກທາງຮ້ານຊີ້ນໝູສົດ CP PORK SHOP, ເປັນມິຕິໃໝ່ທີ່ເກີດຂື້ນຢູ່ໃນສະຖານນີບໍລິການນ້ຳມັນ ພີທີທີ ດົງຈອງ ເພື່ອອໍານວຍຄວາມສະດວກໃຫ້ແກ່ລູກຄ້າທີ່ເຂົ້າມາໃຊ້ບໍລິການ.

ບໍ່ອະນຸຍາດໃຫ້ສະແດງຄຳເຫັນ.