ບໍລິສັດ ພີທີທີ(ລາວ) ຈຳກັດ ໄດ້ຈັດງານລ້ຽງຂອບໃຈລູກຄ້າຕົວແທນຈຳຫນ່າຍຜະລິດຕະພັນນ້ຳມັນເຄື່ອງ ທີ່ໂຮງແຮມອາມັນຕາ ໃນເວລາ 18 ໂມງ ຂອງວັນທີ 17 ກຸມພາ 2024 ໂດຍການເປັນປະທານຂອງທ່ານ ທີຣະ ວີລະວົງ ຜູ້ອຳນວຍການບໍລິສັດ ພ້ອມດ້ວຍຄະນະຜູ້ບໍລິຫານງານ, ພະນັກງານວິຊາການ ແລະ ແຂກທີ່ມາຮ່ວມພາຍໃນງານ

ທ່ານ ທີຣະ ວີລະວົງ ໄດ້ກ່າວວ່າ ເປັນເວລາກວ່າ 30 ປີ ທີ່ບໍລິສັດ ປຕທ.ຈຳກັດ ມະຫາຊົນ ດຳເນີນການຜະລິດແລະຈຳຫນ່າຍ ຜະລິດຕະພັນຫລໍ່ລື້ນພາຍໃຕ້ຊື່ PTT LUBRICANTS ໃນນາມຜູ້ປະກອບການປະເທດໄທ ແລະ ຕັ້ງແຕ່ປີ 2018 ເປັນຕົ້ນມາ PTT LUBRICANTS ໄດ້ຖືກຍ້າຍມາຢູ່ພາຍໃຕ້ບໍລິສັດ ປຕທ.ນ້ຳມັນແລະຄ້າປີກ ຈຳກັດ (ມະຫາຊົນ) ຫລື OR ໃນຖານະບໍລິສັດແກນ (Flagship Company) ຂອງກຸ່ມ ປຕທ.(PTT Group) PTT LUBRICANTS ໄດ້ຮັບລາງວັນ Marketeer No.1 Brand Thailand 2023 ເຊິ່ງຢັ້ງຢືນເຖິງຄວາມເປັນ Brand ອັນດັບ 1 ຂອງຜູ້ບໍລິໂພກໃນໄທຕໍ່ເນື່ອງເປັນປີທີ 12 ຖືເປັນຄວາມພູມໃຈຂອງ OR

ເນື່ອງຈາກບໍລິສັດ ພີທີທີ(ລາວ)ຈຳກັດ ເປັນຕົວແທນນ້ຳເຂົ້ານ້ຳມັນຫລໍ່ລື້ນ ຈາກບໍລິສັດ OR ປະເທດໄທ ເພື່ອຈຳຫນ່າຍໃຫ້ລູກຄ້າໃນປະເທດລາວທີ່ເປັນຕົວແທນຈຳຫນ່າຍໃຫ້ກັບບໍລິສັດ ພີທີທີ(ລາວ) ເຊິ່ງ Market share ຂອງ PTT Lubricant ໃນລາວຢູ່ທີ່ລຳດັບ 2 ຄິດເປັນສ່ວນຮ້ອຍແມ່ນເທົ່າກັບ 30% ຂອງຕະຫລາດ ຫລື ປະມານ 4.2 ລ້ານລິດ ໃນປີ 2023 ເຊິ່ງພວກເຮົາຫວັງວ່າຈະໄດ້ຮັບການສະຫນັບສະຫນູນຈາກລູກຄ້າຈົນເຮັດໃຫ້ PTT LUBRICANTS ເປັນ Brand ອັນດັບ 1 ຄຽງຄູ່ກັບຜູ້ຊົມໃຊ້ໃນ ສປປ.ລາວ ຕໍ່ໄປ ໂດຍ ບໍລິສັດ ພີທີທີ(ລາວ) ພ້ອມໃຫ້ການສະຫນັບສະຫນູນກິດຈະກຳທາງການຕະຫລາດຕ່າງໆ ເພື່ອກະຕຸ້ນຍອດຂາຍ

ການຈັດງານໃນມື້ນີ້ ມີຈຸດປະສົງເພື່ອພົບປະສັງສັນ ແລະ ສະແດງຄວາມຂອບໃຈ ຜູ້ແທນຈຳຫນ່າຍແລະລູກຄ້າຕົວແທນຈຳຫນ່າຍ ທີ່ຊ່ວຍຊຸກຍູ້ຍອດຂາຍ, ສະຫນັບສະຫນູນຜະລິດຕະພັນຫລໍ່ລື້ນ PTT LUBRICANTS ເປັນຢ່າງດີຕະຫລອດມາ

ບໍ່ອະນຸຍາດໃຫ້ສະແດງຄຳເຫັນ.