ໃນວັນທີ29/06/2023 ເວລາ 18:00 ໂມງ ທີ່ເດີ່ນເຕະບານເຟີຣາຣີ ໄດ້ມີການເຕະບານມິດຕະພາບ ລະຫວ່າງ ບໍລິສັດ ພີທີທີ (ລາວ) ຈຳກັດ ແລະ ບໍລີສັດ ປິໂຕລ້ຽມເທຣດດິ້ງ ລາວມະຫາຊົນ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ທີຣະ ວິຣະວົງ ຜູ້ອຳນວຍການ ບໍລິສັດ ພີທີທີ (ລາວ) ຈຳກັດ ແລະ ທ່ານ ຄຳສອນ ສິດທິໄຊ ຮອງຜູ້ອຳນວຍການ ບໍລີສັດ ປິໂຕລ້ຽມເທຣດດິ້ງ ລາວມະຫາຊົນ ພ້ອມດ້ວຍຜູ້ບໍລິຫານ ພະນັກງານວິຊາການ ຂອງທັງສອງບໍລິສັດ ຈຸດປະສົງຂອງການຈັດງານຄັ້ງນີ້ ເພື່ອເປັນການຫລີ້ນກີລາ ອອກກຳລັງກາຍ ສ້າງຄວາມສາມະຄີ ພົບປະສ້າງສາຍພົວພັນອັນດີລະຫວ່າງກັນ

ບໍ່ອະນຸຍາດໃຫ້ສະແດງຄຳເຫັນ.