ໃນວັນທີ19/05/2023 ເວລາ 17:00 ໂມງ ທີ່ເດີ່ນເຕະບານເຟີຣາຣີ ໄດ້ມີການເຕະບານມິດຕະພາບ ລະຫວ່າງ ບໍລິສັດ ພີທີທີ (ລາວ) ຈຳກັດ ແລະ ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ (ລນລ) ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ທີຣະ ວິຣະວົງ ຜູ້ອຳນວຍການ ບໍລິສັດ ພີທີທີ (ລາວ) ຈຳກັດ ແລະ ທ່ານ ສີສັງຄົມ ໂຄດໂຍທາ ຜູ້ອຳນວຍການ ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ ພ້ອມດ້ວຍຜູ້ບໍລິຫານ ພະນັກງານວິຊາການ ຂອງທັງສອງບໍລິສັດ ຈຸດປະສົງຂອງການຈັດງານຄັ້ງນີ້ ເພື່ອເປັນການຫລີ້ນກີລາ ອອກກຳລັງກາຍ ສ້າງຄວາມສາມະຄີ ພົບປະສ້າງສາຍພົວພັນອັນດີລະຫວ່າງກັນ

ບໍ່ອະນຸຍາດໃຫ້ສະແດງຄຳເຫັນ.