ໃນວັນທີ 01 ມີນາ 2024 ທ່ານ ດິສະທັດ ປັນຍາລະຊຸນ, CEO ແລະຄະນະຜູ້ບໍລິຫານ PTTOR ຢ້ຽມຢາມ ບໍລິສັດ ພີທີທີ (ລາວ) ຈຳກັດ ເນື່ອງໃນໂອກາດເຂົ້າປະຕິບັດຫນ້າທີ່ໃຫມ່ ຂອງຜູ້ອຳນວຍການແລະຮອງຜູ້ອຳນວຍການ ບໍລິສັດ ພີທີທີ (ລາວ) ຈຳກັດ ຄະນະໃຫມ່ ພ້ອມທັງພົບປະກັບພະນັກງານວິຊາການຂອງພີທີທີລາວໃນໂອກາດນີ້ດ້ວຍ

ທ່ານ ດິສະທັດ ປັນຍາລະຊຸນ ໄດ້ໃຫ້ຄຳໂອວາດກັບພະນັກງານພີທີທີລາວ ແນວທາງການປະຕິບັດວຽກງານ ທັງນີ້ເພື່ອສ້າງຂວັນກຳລັງໃຈສ້າງຄວາມເຊື່ອຫມັ້ນໃຫ້ແກ່ພະນັກງານທີ່ປະຕິບັດຫນ້າທີ່ ເສີມຂະຫຍາຍວຽກງານການດຳເນີນທຸລະກິດໃຫ້ຜັນຂະຫຍາຍເຕີບໃຫຍ່ຂະຫຍາຍຕົວ

ບໍ່ອະນຸຍາດໃຫ້ສະແດງຄຳເຫັນ.