ຂ່າວສານ ແລະ ກິດຈະກຳ

12

ຝຶກອົບຮົບວິທີສະກັດກັ້ນ ແລະ ຕ້ານອັກຄີໄພ ແຂວງບໍລິຄຳໄຊ

14/12/2020
ໃນວັນທີ 07 ສິງຫາ 2020 ທີ່ຜ່ານມາ ເຈົ້າໜ້າທີ່ຕຳຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ປກສ ແຂວງບໍລິຄຳໄຊ ໄດ້ລົງເຜີຍແຜ່ວິທີສະກັດກັ້ນ ແລະ ຕ້ານອັກຄີໄພ ໃຫ້ແກ່ພະນັກງານ ທີ່ສະຖານີບໍລິການນໍ້າມັນ ພີທີທີ ເວີນທາດ ບ້ານເວີນທາດ, ເມືອງທ່າພະບາດ, ແຂວງບໍລິຄຳໄຊ ນໍາໂດຍ ທ່ານ ພັຕ ຄອນສະຫວັນ ຈະເລີນສຸກ ຮອງຫົວໜ້າພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ປກສ ແຂວງບໍລິຄໍາໄຊ ພ້ອມດ້ວຍທີມງານຕຳຫຼວດ, ທີມງານຈາກສະຖານີບໍລິການນໍ້າມັນ ພີທີທີ ເວີນທາດ, ພີທີທີ ຄູນຄໍາ5, ພີທີທີ ເຮືອງອານົງ ແລະ ສາງນໍ້າມັນ ພີທີທີ ປາກຊັນ ເຂົ້າຮ່ວມຝຶກອົບຮົມ ເພື່ອຮຽນຮູ້ການປ້ອງກັນສະກັດກັ້ນອັກຄີໄພບໍ່ໃຫ້ເກີດຂຶ້ນ ແລະ ຮັກສາຄວາມສະຫງົບ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ. ...
1

ສະຖານເອກອັກຄະຣາຊະທູດໄທ ປະຈໍາ ສປປລາວ ແລະ ພີທີທີ (ລາວ) ຮ່ວມໃຈປູກຕົ້ນໄມ້ໃຫ້ແກ່ໂຮງຮຽນສຶກສາພິເສດນະຄອນຫຼວງວຽງຈັນ.

14/12/2020
ທ່ານ ດຳຣົງ ໃຄ່ຄວນ ເອກອັກຄະຣາຊະທູດໄທປະຈຳ ສປປ ລາວ ພ້ອມດ້ວຍຄະນະຈາກສະຖານເອກອັກຄະຣາຊະທູດ, ທ່ານ ນາງ ສິລິວັນ ວິລະຈິດ ຜູ້ອຳນວຍການໂຮງຮຽນສຶກສາພິເສດນະຄອນຫຼວງວຽງຈັນ, ທ່ານ ນັດທະວັດ ແປ້ນຈຸນສີ ຮອງຜູ້ອຳນວຍການສາຍງານ Supply & Logistic ບໍລິສັດ ພີທີທີ (ລາວ) ຈໍາກັດ ພ້ອມດ້ວຍຄະນະຈາກ ພີທີທີ (ລາວ) ໄດ້ຮ່ວມປູກຕົ້ນໄມ້ໃຫ້ແກ່ໂຮງຮຽນສຶກສາພິເສດນະຄອນຫຼວງວຽງຈັນ ໃນວັນທີ 27 ກໍລະກົດ 2020 ທີ່ຜ່ານມາ ເພື່ອບຳເພັນສາທາລະນະປະໂຫຍດເນື່ອງໃນໂອກາດວັນສະເຫຼີມພະຊົນມະພັນສາພະບາດສົມເດັດພະເຈົ້າຢູ່ຫົວປະຈຳປີ ພສ 2563. ...
S__7905317

ຄາເຟ່ ອາເມຊອນ ສາຂາ ແດນສະຫວັນ

14/12/2020
ເປີດໃຫ້ບໍລິການແລ້ວ “ຄາເຟ່ ອາເມຊອນ ສາຂາ ແດນສະຫວັນ” ໃນວັນທີ 23 ກໍລະກົດ 2020 ຕັ້ງຢູ່ບ້ານແດນສະຫວັນ, ເມືອງເຊໂປນ, ແຂວງສະຫວັນນະເຂດ (ເຂດເສດຖະກິດພິເສດສະຫວັນນະເຂດ) ເປັນປະທານເປີດງານໂດຍ ທ່ານ ຈັນສະໝອນ ຄ່ຽມວິໄຊ ປະທານບໍລິສັດ ອຸທະຍານແດນສະຫວັນ, ທ່ານ ວັນສະຫວ່າງ ສ່ອງແສງ ຮອງຜູ້ອຳນວຍການສາຍທຸລະກິດ Non-oil ບໍລິສັດ ພີທີທີ (ລາວ) ຈໍາກັດ ພ້ອມດ້ວຍບັນດາແຂກທີ່ເຂົ້າຮ່ວມໃນງານ.   ...
2

ຮ້ານອາຫານ M Food ໄດ້ເປີດໃຫ້ບໍລິການແລ້ວ

14/12/2020
ຮ້ານອາຫານ MFood ໄດ້ເປີດໃຫ້ບໍລິການລູກຄ້າແລ້ວວັນທີ 18 ກໍລະກົດ 2020 ໃນສະຖານີບໍລິການນໍ້າມັນ ພີທີທີ ໂພນຕ້ອງ ເຂົ້າຮ່ວມເປັນປະທານໂດຍ ທ່ານ ຈິລະສັກ ສາຍສະໜິດ ປະທານ ບໍລິສັດ ເອັມຟູດ ດີລີເວີຣີ້ ຈຳກັດຜູ້ດຽວ, ທ່ານ  ອາລຸນແສງ ພົງມະນີ ຫົວໜ້າພັດທະນາ ແລະ ບໍລິຫານາທຸລະກິດ, ທ່ານ ນັດທະວັດ ແປ້ນຈຸນສີ ຮອງຜູ້ອຳນວຍການ ບໍລິສັດ ພີທີທີ (ລາວ) ຈໍາກັດ ພ້ອມດ້ວຍບັນດາແຂກໃນງານ ເປັນຮ້ານອາຫານທີ່ມີເມນູອາຫານຫຼາກຫຼາຍ ແລະ ແປກໃໝ່ໃຫ້ທ່ານໄດ້ລອງ ທີ່ສຳຄັນເປີດໃຫ້ບໍລິການທຸກມື້ຕັ້ງແຕ່ເວລາ 10:30am-20:30pm ເພີ່ມຄວາມສະດວກສະບາຍໃຫ້ແກ່ລູກຄ້າທີ່ມາໃຊ້ບໍລິການໃນສະຖານີບໍລິການນໍ້າມັນ ພີທີທີ (ລາວ). ...
1

ພີທີທີ (ລາວ) ຫ່ວງໃຍສຸຂະພາບ

14/12/2020
ຢາວັກຊີນປ້ອງກັນໄຂ້ຫວັດໃຫຍ່ເປັນຢາທີ່ຄວນສີດເປັນປະຈໍາທຸກປີ ເພາະເປັນໄວຮັສທີ່ມີການລະບາດທຸກປີເຊິ່ງແຕ່ລະປີຈະແຕກຕ່າງກັນ ບາງສາຍພັນຄາດການລະບາດໄດ້ຍາກ ເຊັ່ນ ການລະບາດຂອງເຊື້ອໄວຣັສ Covid-19 ກໍ່ເປັນໄວຣັສທີ່ມີອາການຄ້າຍຄືກັບໄຂ້ຫວັດໃຫຍ່ ແລະ ເປັນການລະບາດທີ່ຮຸນແຮງຫຼາຍໃນປີນີ້, ພີທີທີ (ລາວ) ກໍ່ໄດ້ຮ່ວມແຮງຮ່ວມໃຈປ້ອງກັນການລະບາດ ໂດຍໃສ່ໜ້າກາອະນາໄມ, ໝັ່ນລ້າງມືເປັນປະຈໍາ ແລະ ໄດ້ມີການສັກຢາວັກຊີນປ້ອງກັນໄຂ້ຫວັດໃຫຍ່ໃຫ້ກັບພະນັກງານໃນວັນທີ 08 ກໍລະກົດ 2020 ທີ່ຜ່ານມາເພື່ອສ້າງໃຫ້ມີພູມຄຸ້ມກັນໃນຮ່າງກາຍຕະຫຼອດເວລາ. ...
1

ໂຄງການສອນນ້ອງສ້າງອອມ ຄັ້ງທີ 3 ທີ ໂຮງຮຽນ ມສ ສີທ່ານາໄຊ.

14/12/2020
ໂຄງການສອນນ້ອງສ້າງອອມ ຄັ້ງທີ 3 ໂດຍ ພາກວິຊາການເງິນ-ການທະນາຄານ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດຂຶ້ນ ໃນວັນທີ 03 ກໍລະກົດ 2020 ທີ່ ໂຮງຮຽນ ມສ ສີທ່ານາໄຊ ເມືອງປາກຊັນ ແຂວງບໍລິຄຳໄຊ. ເຂົ້າຮ່ວມໂດຍ ທ່ານ ຮສ ນາງແສງຈັນ ຈັນທະເສນ ຮອງຄະນະບໍດີຄະນະເສດຖະສາດ ແລະ ບໍລິຫານທຸລະກິດ, ທ່ານ ຄຳພັນ ລາຊະຈັກ ຮອງຜູ້ອຳນວຍການໂຮງຮຽນ ມ.ສ ສີທ່ານາໄຊ, ທ່ານ ນັດທະວັດ ແປ້ນຈຸນສີ ຮອງຜູ້ອຳນວຍການ ສາຍງານ Supply and Logistic ບໍລິສັດ ພີທີທີ (ລາວ) ຈໍາກັດ, ພ້ອມດ້ວຍຄະນະຄູອາຈານຈາກມະຫາວິທະຍາໄລແຫ່ງຊາດ-ໂຮງຮຽນ ມ.ສ ສີທ່ານາໄຊ, ນັກສຶກສາ...
1

ພີທີທີ (ລາວ) ຮ່ວມມອບອຸປະກອນປ້ອງກັນການລະບາດຂອງເຊື້ອໄວຣັສ Covid-19 ຮ່ວມກັບສະຖານເອກອັກຄະຣາຊະທູດໄທປະຈໍາ ສປປ ລາວ.

14/12/2020
ເມື່ອວັນທີ 29 ມິຖຸນາ 2020 ທີ່ຜ່ານມາ ທ່ານ ດຳຣົງ ໃຄ່ຄວນ ເອກອັກຄະຣາຊະທູດໄທປະຈຳ ສປປ ລາວ ພ້ອມດ້ວຍຄະນະຈາກສະຖານເອກອັກຄະຣາຊະທູດ ໄດ້ມອບອຸປະກອນປ້ອງກັນການລະບາດຂອງເຊື້ອໄວຣັສ Covid-19, ອຸປະກອນການຮຽນການສອນໃຫ້ແກ່ ໂຮງຮຽນສຶກສາພິເສດນະຄອນຫຼວງວຽງຈັນ. ໃນໂອກາດນີ້ ພີທີທີ (ລາວ) ຕາງໜ້າໂດຍ ທ່ານ ນັດທະວັດ ແປ້ນຈຸນສີ ຮອງຜູ້ອຳນວຍການສາຍປະຕິບັດການ ກໍ່ໄດ້ຮ່ວມສົມທົບມອບອຸປະກອນປ້ອງກັນການລະບາດຂອງເຊື້ອໄວຣັສ Covid-19 ແລະ ຖັງຂີ້ໃສ່ເຫຍື້ອໃຫ່ແກ່ໂຮງຮຽນ, ຫຼັງຈາກນັ້ນກໍ່ໄດ່ຢ້ຽມຊົມໂຮງຮຽນ ແລະ ໄດ້ຮ່ວມຮັບປະທານອາຫານທ່ຽງຮ່ວມກັບນ້ອງນັກຮຽນ ແລະ ຄູອາຈານດ້ວຍຄວາມເບີກບານມ່ວນຊື່ນ.    ...