ຂ່າວສານ ແລະ ກິດຈະກຳ

34086

Café Amazon Lao Barista Championship 2022 .

26/05/2022
Café Amazon Lao Barista Championship 2022 ຈັດຂຶ້ນເພື່ອເສີມສ້າງທັກສະການຊົງກາເຟຕາມມາດຕະຖານ ແລະ ການບໍລິການທີອົບອຸ່ນ, ເຊິ່ງເລີ່ມຄັດເລືອກຕົວແທນສາຂາ ຕັ້ງແຕ່ເດືອນເມສາ 2022 ທີຜ່ານມາ ໂດຍຄັດເລືອກເອົາຜູ້ເຂົ້າຮອບ 20 ຄົນສຸດທ້າຍ ຈາກຜູ້ເຂົ້າຮ່ວມການແຂ່ງຂັນທັງໝົດ 80 ຄົນທົ່ວປະເທດ. ການແຂ່ງຂັນດຳເນີນມາຮອດຮອບຊິງຊະນະເລີດໃນວັນທີ 13​ ພຶດສະພາ 2022 ທີ່ ສູນເຝິກອົບຮົມ  Café Amazon Training Center ສາຂາວັດຈັນ ແລະ ໄດ້ຄັດເລືອກເອົາຜູ້ຊະນະເລີດເປັນທີຮຽບຮ້ອຍແລ້ວ. ລາງວັນຊະນະເລີດ ທ້າວ ພູວາ ເພືອງພັນສີ, ຄາເຟ່ ອາເມຊອນ ສາຂາ ແກ້ງແຮດ. ລາງວັນຮອງຊະນະເລີດ ອັນດັບ 1 ນາງ ຄູນໄຊ ຄູນພັກດີ ຄາເຟ່ ອາເມຊອນ ສາຂາ ບຶງຂະຫຍອງ....
ວັນກຳມະກອນ

ຊົມເຊີຍວັນກຳມະກອນສາກົນ.

01/05/2022
ຊົມເຊີຍວັນກຳມະກອນສາກົນ ຄົບຮອບ 136 ປີ ຢ່າງສຸດໃຈ (01/05/1886 - 01/05/2022) ດ້ວຍຄວາມຮູ້ບູນຄຸນຈາກຄະນະຜູ້ບໍລິຫານ ແລະ ພະນັກງານ ພີທີທີ (ລາວ). . ...
2.ปะกาดหาผู้รับเหมาขนส่ง

ປະກາດຮັບສະໝັກຜູ້ຮັບເໝົາວຽກຂົນສົ່ງ.

01/05/2022
ສົນໃຈສອບຖາມລາຍລະອຽດເພີ່ມເຕີມໄດ້ທີ່ ນ. ແສງເພັດ ລາດຊະວົງ 020 55514036. ...
1-3

ພີທີທີ (ລາວ) ຮ່ວມໃຈສູ້ໄພ ໂຄວິດ-19.

26/04/2022
ໃນຕອນບ່າຍຂອງວັນທີ 21 ເມສາ 2022, ບໍລິສັດ ພີທີທີ (ລາວ) ຈຳກັດ ໃຫ້ກຽດຕາງໜ້າໂດຍ ທ່ານ ວັນສະຫວ່າງ ສ່ອງແສງ ຮອງຜູ້ອຳນວຍການສາຍທຸລະກິດ Non-oil ພ້ອມດ້ວຍພະນັກງານ ໄດ້ມອບເຄື່ອງດື່ມ ເຟີລີທີ ຈຳນວນ 900 ຈອກ ລວມມູນຄ່າ 11,700,000 ກີບ ໃຫ້ແກ່ 3 ໂຮງຫມໍ ໄດ້ແກ່: ໂຮງໝໍມິດຕະພາບ 150 ຕຽງ, ໂຮງໝໍມະໂຫສົດ ແລະ ໂຮງໝໍສູນກາງ 103 ກອງທັບ. ເພື່ອສະແດງຄວາມຮູ້ບຸນຄຸນ ແລະ ຮ່ວມສົງກຳລັງໃຈໃຫ້ທີມນັກຮົບຊຸດຂາວ ແນວຫນ້າແຫ່ງການຮັບມືກັບໂຄວິດ-19 ໃນຄັ້ງນີ້ ແລະ ຂໍໃຫ້ທຸກຄົນປະຕິບັດຕາມມາດຕະການຂອງຫນ່ວຍງານສະເພາະກິດວາງອອກໃຫ້ເຂັມງວດ ເພື່ອລຸດຜອນຈຳນວນຜູ້ຕິດເຊື້ອ.    ...
3-1

ພິທີລົງນາມບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງ ບໍລິສັດ ພີທີແອວ ໂຮນດິ້ງ ຈຳກັດ ແລະ ບໍລິສັດ ພີທີທີ ໂອອາ ຈຳກັດ ມະຫາຊົນ.

26/04/2022
ໃນວັນທີ 21 ເມສາ 2022, ເວລາ 10:00 ໂມງເຊົ້າ ທີ່ຫ້ອງປະຊຸມຊັ້ນ 8 ສຳນັກງານໃຫຍ່ ບໍລິສັດ ພີທີແອວ ໂຮນດິ້ງ ຈຳກັດ ໄດ້ຈັດພິທີລົງນາມບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງ ບໍລິສັດ ພີທີແອວ ໂຮນດິ້ງ ຈຳກັດ ແລະ ບໍລິສັດ ພີທີທີ ໂອອາ ຈຳກັດ ມະຫາຊົນ. ວ່າດ້ວຍການຮ່ວມມືພັດທະນາ ແລະ ຄວາມເປັນໄປໄດ້ໃນການລົງທຶນສາງເກັບນໍ້າມັນ ແລະ ຂົນສົ່ງໃນເຂດໂລຈິດສຕິກ ນະຄອນຫຼວງວຽງຈັນ. ໃຫ້ກຽດລົງນາມໂດຍ ທ່ານ ຈັນທອນ ສິດທີໄຊ ປະທານ ບໍລິສັດ ພີທີແອວ ໂຮນດິ້ງ ຈຳກັດ ແລະ ທ່ານ ຊົງພົນ ເທບນຳໂສມມະນັດ Senior Executive Vice President,...
Print

ແຈ້ງການ ເນື່ອງໃນໂອກາດສະເຫຼີມສະຫຼອງຕ້ອນຮັບປີໃໝ່ລາວ ພສ. 2565

08/04/2022
ເນື່ອງໃນໂອກາດສະເຫຼີມສະຫຼອງຕ້ອນຮັບປີໃໝ່ລາວ ພສ. 2565 ບໍລິສັດ ພີທີທີ (ລາວ) ຈຳກັດ ສຳນັກງານໃຫຍ່ ຈະປິດໃຫ້ບໍລິການນັບແຕ່ວັນທີ 13-17/04/2022 ແລະ ຈະເປີດໃຫ້ບໍລິການເປັນປົກກະຕິໃນວັນທີ 18/04/2022. #ສຳລັບປໍ້ານໍ້າມັນ ແມ່ນຈະເປີດໃຫ້ບໍລິການເປັນປົກກະຕິ ແຕ່ເວລາ 06:00 - 22:00 ໂມງ . ...
2

ພີທີທີ (ລາວ) ມອບອຸປະກອນການຮຽນ-ການສອນ ແລະ ອຸປະກອນປ້ອງກັນໂຄວິດ-19 ໃຫ້ແກ່ໂຮງຮຽນປະຖົມສົມບູນ ບ້ານປາກເປາະ, ເມືອງວັງວຽງ, ແຂວງວຽງຈັນ.

08/04/2022
ໃນວັນທີ 18 ມີນາ 2022 ບໍລິສັດ ພີທີທີ (ລາວ) ຈຳກັດ ໄດ້ມອບອຸປະກອນການຮຽນ-ການສອນ ແລະ ອຸປະກອນປ້ອງກັນໂຄວິດ-19 ໂດຍມີ ປຶ້ມແບບຮຽນ 230 ຫົວ, ອຸປະກອນການຮຽນ 170 ຊຸດ, ຜ້າປິດປາກ 2,500 ອັນ ແລະ ສະບູລ້າງມື 50 ກ້ອນ ໃຫ້ແກ່ໂຮງຮຽນປະຖົມສົມບູນ ບ້ານ ປາກເປາະ, ເມືອງ ວັງວຽງ, ແຂວງ ວຽງຈັນ. ໃຫ້ກຽດມອບ-ຮັບໂດຍ ທ່ານ ທີຣະ ວິລະວົງ ຜູ້ອຳນວຍການ ບໍລິສັດ ພີທີທີ (ລາວ) ຈຳກັດ ພ້ອມດ້ວຍພະນັກງານ ພີທີທີ (ລາວ) ແລະ ທ່ານ ນາງ ຫຼ້ານ້ອຍ ເພັງໄຊຍາ ຜູ້ອຳນວຍການໂຮງຮຽນປະຖົມສົມບູນ...