ໃນວັນທີ 28 ກຸມພາ 2020 ທີ່ຜ່ານມາ ບໍລິສັດ ພີທີທີ (ລາວ) ຈໍາກັດ ນໍາໂດຍ ທ່ານ ມົນໄຊ ບຸນອິ່ມ ຜູ້ອຳນວຍການບໍລິສັດ ພີທີທີ (ລາວ) ຈໍາກັດ ພ້ອມດ້ວຍຄະນະຜູ້ບໍລິຫານ ແລະ ພະນັກງານ ພີທີທີ (ລາວ) ໄດ້ຈັດກິດຈະກຳ CSR ມອບອຸປະກອນການຮຽນ, ອຸປະກອນກິລາ ແລະ ຮ່ວມປູກຕົ້ນໄມ້ ໃຫ້ແກ່ນ້ອງນັກຮຽນ ໂຮງຮຽນປະຖົມສົມບູນບ້ານນໍ້າແປ, ເມືອງວັງວຽງ, ແຂວງວຽງຈັນ ພ້ອມດຽວກັນນັ້ນທາງຄູອາຈານ ແລະ ແນວໂຮມບ້ານນໍ້າແປ ກໍ່ໄດ້ໃຫ້ການຕ້ອນຮັບດ້ວຍພິທີບາສີສູ່ຂັວນໃຫ້ແກ່ຜູ້ບໍລິຫານ ແລະ ພະນັກງານ ພີທີທີ (ລາວ), ນອກຈາກມອບອຸປະກອນການຮຽນ ແລະ ອຸປະກອນກິລາແລ້ວກໍ່ຍັງໄດ້ແຈກເຂົ້າໜົມ, ນົມ ແລະ ກາແລັມ ໃຫ້ແກ່ນ້ອງນັກຮຽນ ບັນຍາກາດເຕັມໄປດ້ວຍຄວາມມ່ວນຊື່ນ ເປັນການສົ່ງເສີມການສຶກສາໃຫ້ນ້ອງນັກຮຽນທີ່ຢູ່ຫ່າງໄກຕົວເມືອງ ສ້າງບຸກຄະລາກອນທີ່ດີໃນອະນາຄົດ ເພື່ອກ້າວເຂົ້າສູ່ການພັດທະນາຊຸມຊົນໃຫ້ຈະເລີນຍິ່ງຂຶ້ນເລື້ອຍໆ.

ບໍ່ອະນຸຍາດໃຫ້ສະແດງຄຳເຫັນ.