ສະຖານີບໍລິການນໍ້າມັນ ພີທີທີ ພົງສະຫວັນ ຫຼັກ20 ໄດ້ເປີດໃຫ້ບໍລິການແລ້ວ ໃນວັນທີ 12 ທັນວາ 2020 ຕັ້ງຢູ່ບ້ານຫຼັກ20, ເມືອງຄຳເກີດ, ແຂວງບໍລິຄຳໄຊ.

     ເປັນສະຖານີບໍລິການນໍ້າມັນຮູບແບບ Standard P1-3000 ໃຫ້ກຽດເຂົ້າຮ່ວມ ໃນພິທີເປີດໂດຍ ທ່ານ ພົງສະຫວັນ ຍົງທະບູນ ເຈົ້າຂອງສະຖານີບໍລິການນໍ້າມັນ ພີທີທີ ພົງສະຫວັນ ຫຼັກ20, ທ່ານ ວັນສະຫວ່າງ ສ່ອງແສງ ຮອງຜູ້ອຳນວຍການ ສາຍງານທຸລະກິດ Non-oil ບໍລິສັດ ພີທີທີ (ລາວ) ຈໍາກັດ ພ້ອມດ້ວຍທີມງານ ພີທີທີ (ລາວ) ແລະ ບັນດາແຂກພາຍໃນງານ.

     ພາຍໃນສະຖານີມີຮ້ານ ຄາເຟ່ ອາເມຊອນ, ຫ້ອງນໍ້າທີ່ສະອາດໄວ້ໃຫ້ບໍລິການ ລູກຄ້າ ແລະ ຍັງມີຮ້ານຄ້າອີກຫຼາກຫຼາຍທີ່ຈະເປີດໃຫ້ບໍລິການລູກຄ້າໃນໄວໆນີ້.

ບໍ່ອະນຸຍາດໃຫ້ສະແດງຄຳເຫັນ.