![](https://pttlao.com/wp-content/uploads/2024/04/434722463_946557860806142_1112783331749801429_n-1024x693.jpg)
ໃນວັນທີ29/03/2024 ເວລາ 17:30 ໂມງ ທີ່ເດີ່ນເຕະບານເທບປັນຍາ ໄດ້ມີການເຕະບານມິດຕະພາບ ລະຫວ່າງ ບໍລິສັດ ພີທີທີ (ລາວ) ຈຳກັດ ແລະ ບໍລິສັດ ຫົວເມືອງການຄ້າ ຂາເຂົ້າ-ຂາອອກ ຈຳກັດ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ພີຣະເວດ ນະ ຣະນອງ ຜູ້ອຳນວຍການ ບໍລິສັດ ພີທີທີ (ລາວ) ຈຳກັດ ແລະ ທ່ານ ສຸລິຍົງ ວັດທະນາວິຈິດ
ຜູ້ອຳນວຍການ ບໍລິສັດ ຫົວເມືອງການຄ້າ ຂາເຂົ້າ-ຂາອອກ ຈຳກັດ ພ້ອມດ້ວຍຜູ້ບໍລິຫານ ພະນັກງານວິຊາການ ຂອງທັງສອງອົງກອນ ຈຸດປະສົງຂອງການຈັດງານຄັ້ງນີ້ ເພື່ອເປັນການຫລີ້ນກີລາ ອອກກຳລັງກາຍ ສ້າງຄວາມສາມະຄີ ພົບປະສ້າງສາຍພົວພັນອັນດີລະຫວ່າງກັນ
![](https://pttlao.com/wp-content/uploads/2024/04/434646242_946557890806139_7078726221921877963_n-2-769x1024.jpg)
![](https://pttlao.com/wp-content/uploads/2024/04/434649236_946557900806138_1335926257391130838_n-2-1024x769.jpg)
![](https://pttlao.com/wp-content/uploads/2024/04/434675374_946557874139474_2172015077050762508_n-2-1024x807.jpg)