ພິທີເປີດ ງານວາງສະແດງຜະລິດຕະພັນລາວຄັ້ງທີ 9 (MADE IN LAOS 2022) ໃນວັນທີ 23 ກຸມພາ 2022 ທີ່ສູນວາງສະແດງສິນຄ້າລາວ-ໄອເຕັກ ໂດຍການເປັນປະທານຂອງ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ທ່ານ ຄຳແພງ ໄຊສົມແພງ ລັດຖະມົນກະຊວງ ອຸດສາຫະກຳ ແລະ ການຄ້າ, ທ່ານ ອຸເດດ ສຸວັນນະວົງ ປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ພ້ອມດ້ວຍຜູ້ປະກອບການ ຜູ້ຮ່ວມທຸລະກິດ ແລະ ບໍລິສັດທີ່ໃຫ້ການສະໜັບສະໜູນເຂົ້າຮ່ວມໃນງານ. ພ້ອມດຽວກັນນີ້, ທ່ານ ທີຣະ ວິຣະວົງ ຜູ້ອຳນວຍການ ບໍລິສັດ ພີທີທີ (ລາວ) ຈຳກັດ ກໍ່ໄດ້ເຂົ້າຮ່ວມໃນງານ ພ້ອມທັງສະໜັບສະໜູນງານໃນຄັ້ງນີ້ ມູນຄ່າ 15,000,000 ກີບ ແລະ ໄດ້ເປີດບູ໊ດວາງສະແດງສິນຄ້າຂອງ ພີທີທີ (ລາວ).

ງານວາງສະແດງຜະລິດຕະພັນລາວ ເປັນການສ້າງກິດຈະກຳຂອງພາກທຸລະກິດ ສ້າງເວທິເພື່ອເປັນການໂຄສະນາສົ່ງເສີມຜະລິດຕະພັນໃນລາວ ເອື້ອອຳນວຍສົ່ງເສີມໃຫ້ແກ່ຜູ້ປະກອບການຜະລິດທັງພາຍໃນ ແລະ ຕ່າງປະເທດທີ່ມາລົງທຶນໃນ ສປປ ລາວ. ໂດຍສະເພາະການນໍາໃຊ້ໂລໂກ້ MADE IN LAOS ແລະ ການສ້າງສິນຄ້າທີ່ຜະລິດໃນລາວໃຫ້ມີມາດຕະຖານຄຸນນະພາບໃຫ້ນັບມື້ນັບຫຼາຍຂຶ້ນ.

ບໍ່ອະນຸຍາດໃຫ້ສະແດງຄຳເຫັນ.