ໃນຕອນເຊົ້າຂອງ ວັນທີ 28 ຕຸລາ 2020 ບໍລິສັດ ພີທີທີ (ລາວ) ຈຳກັດ ໄດ້ເຊັນສັນຍາ MOU ຮ່ວມກັບ ບໍລິສັດ ລາວໂມບາຍມັນນີ ຈຳກັດ ຜູ້ດຽວ ເພື່ອເຊື່ອມຕໍ່ລະບົບການຊຳລະເງິນຜ່ານບໍລິການ M Money ກະເປົາເງິນເທິງມືຖື ແນໃສ່ການອຳນວຍຄວາມສະດວກ ທັງເປັນການເພີ່ມທາງເລືອກໃຫມ່ ແລະ ສາມາດຕອບໂຈດໃຫ້ກັບຄົນລຸ້ນໃຫມ່ໃນຍຸກ Digital ໂດຍບໍ່ຈຳເປັນຕ້ອງພົກເງິນສົດ ແລະ ບັດເຄຣດິດພຽງແຕ່ຫັນມາໃຊ້ແອັບ ບໍລິການ M Money ທ່ານກໍ່ສາມາດຊໍາລະຄ່າສິນຄ້າໄດ້ຢ່າງສະດວກສະບາຍ.

ບໍ່ອະນຸຍາດໃຫ້ສະແດງຄຳເຫັນ.